ວັນທີ່ບອກຮັກ Techno Friend

Описание к видео ວັນທີ່ບອກຮັກ Techno Friend

ວັນທີ່ບອກຮັກ
ເນື້ອຮ້ອງ/ທຳນອງ: ສິດທິພອນ ສຸວັນນະສຸກ

ຂໍວອນດວງດາວ ຢູ່ບົນຟາກຟ້າ
ມີນ້ອງຄຽງຂ້າງ ຈວບວັນຊີບວາຍ
ຈະສ້າງໄມຕຣີຈິດ ເພື່ອນ້ອງຄົນດີ
ພຽງຢາກໃຫ້ມີ ສິ່ງດີຕໍ່ກັນ

ມອບໃຈໄວ້ແນບກາຍ ທ່າມກາງສາຍຝົນ
ດ້ວຍຮັກປ່ຜຽມລົ້ນ ຈຸມພິດນ້ອງນາງ
ຊຳລະ ຄວາມເຈັບປວດ ໃຫ້ຫມົດສິ້ນໄປ
ບໍ່ເຄີຍຫລອກລວງນັ້ນຄືຄວາມຈິງ

ທີ່ຮັກ…ທຸກເວລາເຄີຍຊິດໄກ້ ກັບກາຍເປັນຄວາມສຳພັນ
ຈະຂໍຮັກຫມັ້ນບໍ່ມີວັນປ່ຽນໃຈ
ຈະມອບໃຈໃຫ້ຄົນງາມຕລອດການ ສາບານໃຫ້ຄຳຫມັ້ນ
ດັ່ງແສງທຽນ ໃນຄວາມມືດດຳຄອຍສ່ອງທາງ
ເມື່ອ ວັນທີ່ບອກວ່າຮັກ

ພຽງຮັບຮູ້ວ່າ ອ້າຍຢູ່ຢ່າງໃດ
ອ້າງຫວ່າງໂດດດ່ຽວ ມັນສຸດປ່ຽວເຫງົາ
ມີນ້ອງແນບຄຽງຂ້າງນັ້ນຄົງບັນເທົາ
ທຸກສິ່ງພຽງພໍ ນັ້ນຄືຂວັນຕາ

Комментарии

Информация по комментариям в разработке