ຜູ້ບ່າວລົດໄຖ (ผู้บ่าวรดไถ)By : ( T'Jame Uno Feat: NoyK2P x Gx2 )

Описание к видео ຜູ້ບ່າວລົດໄຖ (ผู้บ่าวรดไถ)By : ( T'Jame Uno Feat: NoyK2P x Gx2 )

ຜູ້ບ່າວລົດໃຖ By : ( T'Jame Uno Feat: NoyK2P x Gx2 )

ຝາກຜົນງານນຳເດີ່ທີມງົບຫນ່ອຍວີດີໂອເລີຍບໍ່ຄັກປານໃດ

ຖ່າຍໂດຍ : GANG TML
ຕັດຕໍ່ໂດຍ : ທີເຈມ ຢູໂນ
ນັກຮ້ອງ : T'Jame Uno x Noy K2P x Gx2

ເນື້ອເພງ :

T’Jame Uno
ກໍ່ເພາະອ້າຍເປັນພຽງຜູ້ບ່າວລົດໃຖ
ເຈົ້າກໍ່ເລີຍບໍ່ ສົນໃຈ
ເຮົາເປັນແຄ່ພຽງຜູ້ບ່າວລົດໃຖ
ຄັ່ນນ້ອງສົນໃຈ ອ້າຍຈະໄປສົ່ງຢ່າງໄວ

ລົດໃຖຂອງອ້າຍນັ້ນບໍ່ແຮງ
ແຕ່ອ້າຍກໍ່ພ້ອມທີ່ຈະແຊງ
ລາຄາຂອງມັນບໍ່ຄ່ອຍແພງ
ໂອ້ນ້ອງແກ້ມແດງ ກໍ່ເລີຍບໍ່ສົນ ກໍ່ເລີຍບໍ່ແຍງ

ບໍ່ໄດ້ຂີ່ລົດມັສແຕງ Aey
ບໍ່ໄດ້ໃຊ້ຂອງແພງ Aey
ໄຖນາຕາກແດດ ຈົນໂຕແດງ Aey
ກັບເຂົ້າທີ່ມີ ກໍ່ກິນແຕ່ເຂົ້າແກງ
ບໍ່ໄດ້ກິນແພງ Yeah

ໂອ້....No No
ກະຢາກຈະທັກໄປ
ແຕ່ເຈົ້າຄົງບໍ່ສົນໃຈ

NoyK2P
ລົດໃຖຂອງອ້າຍນັ້ນບໍ່ເເພງ
ແຕ່ໃຫ້ເຮັດຈັງໃດລົດໃຖຂອງອ້າຍນະປ້າຍແດງ
ເພາະຂີ້ຄ້ານຜ່ອນອ້າຍເລີຍຈ່າຍສົດດ້ວຍໃບແບງ
ຖ້າມັກຄົນລວຍໆຊວນເຈົ້າກໍ່ໄປເລີຍແກ້ມແດງໂອ້ແກ້ມແດງ

ຕົກຕອນແລງ ຂ້ອຍວ່າສິທັກ
ແຕ່ວ່າເຈົ້ານັ້ນບໍ່ສົນໃຈ
ໂອ້! ລືມໄປວ່າເຈົ້າບໍ່ມັກ
ເພາະວ່າຂ້ອຍມີພຽງລົດໃຖYeah Aey
ເພາະມີພຽງລົດໃຖYeah Aey

ອ້າຍຜິວດຳ ບໍ່ໄດ່ໃສ່ຄຳໃສ່ທອງ
ຂີ່ລົດໃຖເກົ່າໆຫ້າງໆເຈົ້າເລີຍບໍ່ມອງ
ຮັກແທບຕາຍ ສຸດທ້າຍເຂົາເອົາເຈົ້ານັ້ນໄປຄອງ
ທີ່ເຮັດໄດ້ ກໍ່ພຽງໄດ້ແຕ່ນັ່ງມອງ

ກໍ່ເພາະອ້າຍເປັນພຽງຜູ້ບ່າວລົດໃຖ
ເຈົ້າກໍ່ເລີຍບໍ່ ສົນໃຈ
ເຮົາເປັນແຄ່ພຽງຜູ້ບ່າວລົດໃຖ
ຄັ່ນນ້ອງສົນໃຈ ອ້າຍຈະໄປສົ່ງຢ່າງໄວ

Let’s go!~~~

ອູອູອູ Let’s go

Gx2
ຈະໄປກັບອ້າຍແລ້ວເຈົ້າຈະຄຶກຄືນ
ເພາະຈະມີພຽງເຈົ້າ ແລ້ວບໍ່ມີຜູ້ສາວ
ຈະພາໄປກິນເບຍ ໃນຕອນທີ່ດຶກດືນ
ແລະຈະພາໄປມັນໃນຢາມເຄົ້າດາວ
ຖ້າເຈົ້າເປີດໃຈໃຫ້ ມັນກໍ່ຄົງຈະດີ
ເພາະໂຕອ້າຍ ຈະຮັກໄປເປັນປີ
ແຕ່ບໍ່ໂຕອ້າຍນັ້ນມີຄະດີ
ມອມຢາຜູ້ສາວ ແລ້ວກໍ່ພາໄປ ເຍ ເອ

ເຖິງນິໃສຈະເປັນແບບນີ້
ແຕ່ລຶກໆ ອ້າຍນະເປັນຄົນດີ
ແຕ່ເຈົ້າບໍ່ສົນກັນເລີຍ baby
ເຈົ້າຄົງບໍ່ມັກໜ້າຕາແບບນີ້ yah yah
ເຈົ້າຄົງບໍ່ມັກໜ້າຕາແບບນີ້ yah Aey

ກະຢາກໃຫ້ເຈົ້າລອງເປີດໃຈ
ວ່າອ້າຍຄົນນີ້ ບໍ່ມີວັນຫຼາຍໃຈ
ເຖິງວ່າອ້າຍໜ້າຕາຈັງໃຫ
ແຕ່ວ່າອ້າຍຮັກຈິງ ແລະ ພ້ອມດູແລຫົວໃຈ

ກໍ່ເພາະອ້າຍແມ່ນພຽງຜູ້ບ່າວລົດໃຖ
ເຈົ້າກໍ່ເລີຍບໍ່ ສົນໃຈ
ເຮົາເປັນແຄ່ພຽງຜູ້ບ່າວລົດໃຖ
ຄັ່ນນ້ອງສົນໃຈ ອ້າຍຈະໄປສົ່ງຢ່າງໄວ

Let’s go!~~~

Комментарии

Информация по комментариям в разработке