MV ເພງ: ອາໂກ໋ຍ A goi [Huk Ey Ly Soundtrack] by Jear Pacific Feat. Xay

Описание к видео MV ເພງ: ອາໂກ໋ຍ A goi [Huk Ey Ly Soundtrack] by Jear Pacific Feat. Xay

See Movie Teaser here:
   • Official Teaser Lao Movie  Huk Ey Ly ...  

Follow Huk Ey Ly on Facebook here:
  / hukeyly  

Singer: Jear Pacific
https://www.facebook.com/phoumsana.si...

Featuring: Xay
  / thavisay.keobounphanh  

LYRICS ເພງ: ອາໂກ່ຍ
ແຕ່ງໂດຍ: Xay

ຂ້ອຍນັ້ນກໍ່ຈະຮັກໆຮັກເຈົ້າເລື້ອຍໄປ
Boy you're like the sun that gives me warmth and shine the light
ຂ້ອຍນັ້ນຮັກໆຮັກເຈົ້າ

ຢ່າສຸມາຄ່ຳຄືເວົ້າເອາະເຊາະອີ່ຫຍັງຢູ່ນີ້
ເພາະໜ້າຕາຂອງເຈົ້າຄືຄົນລັກລອບເຄື່ອງໜີພາສີ
ຫວັງຢາກມາເຮັດດີເພື່ອໃຫ້ຂ້ອຍນັ້ນໃຫ້ອະໄພ
ສ້າງຄວາມດີມາກົບເກື່ອນເພື່ອໃຫ້ຂ້ອຍລືມໆມັນໄປ
ຂ້ອຍຫາຍໃຈຢູ່ໄດ້ກໍ່ທັງເນົ່າທັງເໝັນ
ມີຄົນມາເວົ້າເລື່ອງເຈົ້າບໍ່ວ່າກາງຄືນຫຼືວ່າກາງເວັນ
ເຂົາບອກວ່າເຫັນເຈົ້າໄປນຳໄຜຕໍ່ໄຜ
ຕອນນັ້ນຂ້ອຍບໍ່ເຊື່ອຂ້ອຍຖຽງເຂົາເປັນຟືນເປັນໄຟ
ຈົນວ່າຂ້ອຍຜິດໃຈກັບໝູ່ຫຼາຍຄົນ
ເພາະວ່າຂ້ອຍເຊື່ອໃນຮັກແທ້ ໄຜຊິເວົ້າຂ້ອຍກໍ່ບໍ່ສົນ
ຈົນມາຮອດມື້ນັ້ນຂ້ອຍເຫັນມັນກັບຕາ
ທັງທີ່ຂ້ອຍຢືນຢູ່ຈົນເກືອບລົ້ມຫງາຍຫຼັງ

* ຂໍໂທດ ຂ້ອຍຂໍໂທດ
ຊິຂໍໂທດໄປເຮັດຫຍັງ ເຈົ້າຮູ້ບໍ່ຂ້ອຍບໍ່ຢາກຟັງ
ຂໍໂທດ ຂ້ອຍຂໍໂທດ
ເອົາມືມາຕົບຫົວແລ້ວບໍ່ຕ້ອງມາລູບຫຼັງ

** ຂ້ອຍຂໍໂທດກັບທຸກໆເລື່ອງ ທີ່ຂ້ອຍເຄີຍເຮັດຜິດພາດມາ
ຂ້ອຍບໍ່ເຄີຍໄດ້ຮູ້ວ່າ ເຈົ້ານັ້ນຈະມີນ້ຳຕາ
ຂໍຢ່າໄດ້ກັງວົນຄິດເປັນຫ່ວງວ່າຂ້ອຍຈະມີໃໝ່
ຂ້ອຍຮັກເຈົ້າຮູ້ບໍ່ ຂ້ອຍບໍ່ຄິດປ່ຽນໃຈ

ຂ້ອຍບໍ່ຄິດປ່ຽນໃຈ ແຕ່ມີຄົນໃໝ່ໄປບໍ່ມີເຊົາ
ເຮັດຄືຮັກຂອງເຮົາ ເປັນຄືກັບຂອງຕາຍ
ຄັນຊິຖິ້ມກໍ່ເສຍດາຍ ຄັນຊິບາຍເຈົ້າກໍ່ຂີ້ດຽດ
ເຈົ້າບໍ່ເຄີຍໃຫ້ກຽດ ກັບຄວາມຮັກຂອງຂ້ອຍ

Repeat *, **

ເມື່ອໄດ້ມາຮູ້ຕົວ ຂ້ອຍກໍ່ເສຍຄົນທີ່ຮັກໄປ
ຢາກຈະດຶງເຈົ້າເອົາໄວ້ ຢາກຈະໃຫ້ເຈົ້າອະໄພ
ກັບມາໄດ້ບໍ່ ກັບມາໄດ້ບໍ່
ມັນເຈັບປວດທຸກຄັ້ງ ທີ່ເຈົ້າຍັງບໍ່ຮູ້ຈັກພໍ
ທັງທີ່ຂ້ອຍກໍ່ເຄີຍຂໍ ແຕ່ວ່າເຈົ້າຍັງບໍ່ພໍ
ຍັງນອກໃຈ ຍັງໜີໄປ

Repeat **

ບໍ່ເຄີຍລືມຄືນວັນເຮົາສອງທີ່ເຮົາເຄີຍໄດ້ມີຮ່ວມກັນ
ຕັ້ງແຕ່ເສຍຄວາມຮັກໄປນັ້ນ ເຖິງໄດ້ຮູ້ຄຸນຄ່າມັນ
I know what I did was wrong but
I just wanted to have fun
ຂ້ອຍຮັກເຈົ້າຮູ້ບໍ່ ຂ້ອຍບໍ່ຄິດປ່ຽນໃຈ

ໂອ້ລະນໍ້ ຈັກແມ່ນຂ້ອຍເຈັບແຮງ
ທັງທີ່ຂ້ອຍເຊື່ອເຈົ້າ ໂດຍບໍ່ເຄີຍລະແວງ
ໂອ້ຍຟ້າເອີ້ຍ ເມື່ອຄວາມຈິງມັນແດງ
ເຈົ້າກໍ່ມາຂໍໂທດ ເຈົ້າກໍ່ມາຖະແຫຼງ
ອາໂກ່ຍ ຊິເລີກກໍ່ເລີກບໍ່ໄດ້
ຊິຈົບກໍ່ຈົບບໍ່ໄດ້ ກໍ່ຍ້ອນວ່າຮັກເຈົ້າແຮງ
ອາໂກ່ຍ

Комментарии

Информация по комментариям в разработке