#Laos#ປະເທດລາວ#ນະຄອນຫລວງວຽງຈັນ#ຫລວງພະບາງ
• ສະບາຍດີ ມາພົບກັນອີກຄັ້ງກັບ ໂລກກວ້າງ
• ມື້ນີ້ເຮົາຈະມາຮູ້ຈັກແຜນທີ່ປະເທດລາວ ມາເບິ່ງນຳກັນວ່າລາວເຮົາແບ່ງອອກເປັນຈັກພາກ
• ແຕ່ລະພາກມີຈັກແຂວງ ແຕ່ ລະແຂວງມີເນື້ອທີ່ ແລະ ປະຊາກອນເທົ່າໃດ?
• ກ່ອນອື່ນຫມົດຕ້ອງຂໍຂອບໃຈທຸກກຳລັງໃຈ ທຸກໄລ້ ທຸກການຕິດຕາມ ມານະທີ່ນີ້ດ້ວຍ...
• ປະເທດລາວເຮົາແບ່ງອອກເປັນ3ພາກຄື ພາກເໜືອ ເນື້ອທີ່ພາກເໜືອກວມເກືອບ50ເປີເຊັນ ສ່ວນໃຫ່ຍເປັນພູເຂົາສູງ ພາກກາງກວມເອົາ35ເປີເຊັນ ພາກໃຕ້ກວມເອົາ15 ເປີ ເຊັນຂອງເນື້ອທີ່ທັງໝົດ.
• ພາກເໜືອປະກອບດ້ວຍ 8 ແຂວງ ຄື:
1. ແຂວງຜົ້ງສາລີ 16,270 km2 ປະຊາກອນ 189,777 ຄົນ
2. ແຂວງຫລວງນ້ຳທາ 9,325 km2 ປະຊາກອນ 192,392 ຄົນ
3. ແຂວງບໍ່ແກ້ວ 6,196 km2 ປະຊາກອນ 196,641 ຄົນ
4. ແຂວງອຸດົມໄຊ 15,370 km2 ປະຊາກອນ 334,702 ຄົນ
5. ແຂວງໄຊຍະບູລີ 16,389 km2 ປະຊາກອນ 411,893 ຄົນ
6. ແຂວງຫລວງພະບາງ 16,875 km2 ປະຊາກອນ 459,189 ຄົນ
7. ແຂວງຫົວພັນ 16,500 km2 ປະຊາກອນ 306,247 ຄົນ
8. ແຂວງຊຽງຂວາງ 15,880 km2 ປະຊາກອນ 261,686 ຄົນ
• ພາກກາງປະກອບດ້ວຍ6ແຂວງເຊັ່ນ:
9. ແຂວງວຽງຈັນ 15,927 km2 ປະຊາກອນ 450,475 ຄົນ
10. ນະຄອນຫລວງວຽງຈັນ 3,920 km2 ປະຊາກອນ 906,859 ຄົນ
11. ແຂວງໄຊສົມບູນ 8,300 km2 ປະຊາກອນ 102,041 ຄົນ
12. ແຂວງບໍລິຄຳໄຊ 14,863 km2 ປະຊາກອນ 303,794 ຄົນ
13. ແຂວງຄຳມ່ວນ 16,315 km2 ປະຊາກອນ 420,950 ຄົນ
14. ແຂວງສະຫວັນນະເຂດ 21,774 km2 ປະຊາກອນ 1,037,553 ຄົນ
• ແລະພາກໃຕ້ປະກອບດ້ວຍ:
15. ແຂວງສາລະວັນ 10,691 km2 ປະຊາກອນ 426,991 ຄົນ
16. ແຂວງເຊກອງ 7,665 km2 ປະຊາກອນ 124,570 ຄົນ
17. ແຂວງອັດຕະປື 10,320 km2 ປະຊາກອນ 153,656 ຄົນ
18. ແຂວງຈຳປາສັກ 15,415 km2 ປະຊາກອນ 733,582 ຄົນ
• ແຂວງທີ່ມີເນື້ອທີ່ໃຫຍ່ ແລະ ມີປະຊາກອນຫລາຍທີ່ສຸດແມ່ນ ແຂວງສະຫວັນນະເຂດ ມີເນື້ອທີ່21,774 km2 ປະຊາກອນ 1,037,553 ຄົນ
• ແຂວງທີ່ມີເນື້ອທີ່ນ້ອຍທີ່ສຸດແມ່ນ ນະຄອນຫລວງວຽງຈັນ ມີເນື້ອທີ່ 3,920 km2
• ແຂວງທີ່ມີປະຊາກອນນ້ອຍທີ່ສຸດແມ່ນ ແຂວງ ເຊກອງ ມີປະຊາກອນ 124,570 ຄົນ
• ປະເທດລາວມີເນື້ອທີ່ 236,800 ກມ2 ຖືກຈັດຢູ່ໃນລຳດັບທີ່ 82ຂອງໂລກ ຈາກທັໝົດ196 ປະເທດ
ໃນນັ້ນປະເທດທີ່ມີເນື້ອທີ່ໃຫຍ່ສຸດຄື ລັດເຊຍ 17,124,442 ກມ2 ກວມເອົາ 11,5ເປີເຊັນຂອງເນື້້ອທີ່ໂລກ ແລະ ປະເທດທີ່ນ້ອຍທີ່ສຸດຄື ປະເທດ ນະຄອນລັດວາຕີກັນ ມີເນື້ອທີ່ພຽງ 0.44 ກມ2
• ຈຳນວນປະຊາກອນທັງໝົດຂອງລາວ ປີ 2019 ແມ່ນ 7,123,205 ຄົນ ຈັດຢູ່ໃນລຳດັບທີ່ 105ຂອງໂລກ ຈາກທັງໝົດ196 ປະເທດ
ໃນນັ້ນປະເທດທີ່ມີປະຊາກອນຫລາຍທີ່ສຸດແມ່ນ ສປຈີນ 1,411,640,000 ຄົນ
ແລະ ປະເທດທີ່ມີປະຊາກອນນ້ອຍທີ່ສຸດຄື ປະເທດ ນະຄອນລັດວາຕີກັນ ທີ່ມີປະຊາກອນພຽງ900ກ່ວາຄົນ,
• ເພື່ອບໍ່ພາດວີດີໂອຕໍ່ໄປ ຢ່າງລືມ ກົດໄລ້ ກົດຕິດຕາມ ແລ້ວພົບກັນໃຫມ່ ຂໍຂອບໃຈ.
Информация по комментариям в разработке