LIL ROXZ - ຈາກບ່ອນນີ້“จากตรงนี้” FT.PT FLOW (Official Audio)

Описание к видео LIL ROXZ - ຈາກບ່ອນນີ້“จากตรงนี้” FT.PT FLOW (Official Audio)

ຄົນໆໜຶ່ງ ໄດ້ປ່ຽນໄປພ້ອມກັບລະດູການທີ່ປ່ຽນໄປ…

Mix Master : LITBOII STUDIO
Prod. PatwanPP
IG: lil_roxz
IG: thuk_ptflow

ລະດູຝົນໄດ້ຜ່ານເຂົ້າມາ
ພ້ອມພາຄົນໜຶ່ງຫາຍອອກໄປ ຈາກບ່ອນນີ້
ເຫຼືອແຕ່ພຽງ ພາບຊົງຈຳ
ໃນເວລາທີ່ແສນພິເສດ ບໍ່ມີເຈົ້າໃຫ້ເໝືອນເດີມ ອີກຕໍ່ໄປ ຂ້ອຍລືມເຈົ້າບໍ່ໄດ້ເລີຍ

ກໍ່ຢາກມີເຈົ້ານັ້ນຢູ່ທຸກຍາມ
I missing you all the time
ແຕ່ວ່າ ສຸດທ້າຍ ຂ້ອຍກໍ່ບໍ່ຮູ້ວ່າເຈົ້ານັ້ນເລືອກຈະຈາກໄປ
ຂ້ອຍນັ້ນເກືອບຂາດໃຈ ນ້ຳຝົນຍັງຄົງໄຫຼ
ແລະຂ້ອຍຍັງຄົງໄຫວ

ເຖິງເວລາທີ່ເຮົາທັງສອງຕ້ອງແຍກຍ້າຍ
ແມ້ຈະຕ້ອງເຈັບ ແຕ່ຂ້ອຍຕ້ອງເກັບໄວ້
ເຮັດຄືບໍ່ເຫັນ ແມ້ວ່າຂ້ອຍແມ່ງໂຄດເຈັບໃຈ

This Call me this call me
ຂ້ອຍມັນເຮັດໄດ້ເເຕ່ເທົ່ານີ້
ທຸກມີຂ້ອຍເມົາລີນ
ຖືກແລ້ວທີ່ເຈົ້າເລືອກໄປແລ້ວຖິ້ມຂ້ອຍໄວ້ຢູ່ບ່ອນນີ້

Rap

ແລະຢູ່ໃນທຸກມື້ຂ້ອຍຍັງຕິດໃນວັງວົນ
ຕິດຢູ່ໃນເຮືອທີ່ກຳລັງຈົມ
ສະຫຼັກຊື່ເຈົ້າໄວ້ໃນກອນຄຳຄົມ
ຂ້ອຍເຄີຍລືມຫຼາຍຢ່າງແຕ່ກັບລືມເຈົ້ານັ້ນບໍ່ລົງ

ພາບມັນຍັງຕິດຕາຕອນທີ່ເຈົ້າຈະໄປ
ເກັບຂອງທີ່ຈຳເປັນລົງກະເປົ່າສະພາຍ
Ogສອງຫລຸມກ່ອນທີ່ຈະລະບາຍ
ເຈົ້າບອກຊ້ຳນີ້ຢູ່ໄດ້ງ່າຍຈະຕາຍ

ຈັບໄປກົດທີ່ເຄີຍກັ້ງ
ຄິດຮອດຕອນທີ່ພາເຈົ້າລຸຍຝົນ
ເຈົ້າບອກຊຳນີ້ເຈົ້າບໍ່ຖື
ເພາະເຈົ້າວ່າຮັກແທ້ຈະຖືກຫຍັງກະບໍ່ສົນ

ແຕ່ຕັດພາບກັບມາໃນຕອນນີ້
ຮັກທີ່ເຄີຍປຽກຊຸມມັນກັບກາຍເປັນປຸຍຜົງ
ເຈ້ຍຂາວພໍມັນໄດ້ປຽນນ້ຳ
ມັນກໍ່ຄ່ອຍໆເປື່ອຍໄປຈົນຮອດຍຸ້ຍລົງ

ຢາກຮູ້ເຈົ້າຈະຮູ້ສຶກແບບໃດ ໃນເມືອເຮົາບໍ່ໄດ້ພົບກັນແລ້ວ
ເຈົ້າຈະຍັງຖ້າຂ້ອຍກັບບ້ານ ໂທຫາເປີດກ້ອງເຝົ້າກັນຖູເແຂ້ວ
ເຈົ້າຈະຍັງຊິນຢູ່ບໍ່ທຸກມື້ ຫາກບໍ່ມີຂ້ອຍຢູ່ໃຫ້ກອດທຸກແລງ
ນຳທີ່ຂົມ ມັນບໍ່ອາດຈະກືນ ບໍ່ຕ້ອງການຫຍັງຄືນ ມັນບໍ່ມີຫຍັງແທນ

ຂ້ອຍເດີນທາງໃນຖະໜົນຄົນເດີນ
ທີ່ມີເຈົ້ານັ້ນມາຢູ່ຂ້າງໆ
ຕອນນັ້ນເຮົາລົມກັນຈົນເພີນບົດເວົ້າບໍ່ມີຮອດໃຫ້ຫວ່າງ
ຈົນຕອນນີ້ຂ້ອຍກໍ່ບໍ່ຮູ້ເລີຍ ເຫດໃດທີ່ເຈົ້າເລືອກລາຈາກ
ຈາກຄົນຮັກກາຍເປັນຄົນຄຸ້ຍເຄີຍ ພໍສຳນີ້ບໍ່ຕ້ອງມີຫຍັງຝາກ

Rap2

ຂ້ອຍບໍ່ຮູ້ມື້ໃດເຮົາຈະໄດ້ພົບກັນອີກ
ຮູບຄູ່ຂອງເຮົາໂຕຂ້ອຍຍັງບໍ່ທັນຈີກ
ຄິດໄວ້ວ່າມື້ໜຶ່ງຊິບໍ່ໄດ້ຖ່າຍມັນອີກ
ລືມທຸກຄວາມຮູ້ສຶກທີ່ວ່າມັນກຳລັງດີ

ຝົນທີເທລົງມັນບໍ່ຍ້ອນກັບ
ທີ່ເຮັດໄປທັງໝົດກໍ່ເພາະວ່າຍ້ອນຮັກ
ກົມໜ້າລົມພ້ອມກັບຍອມຮັບ
ວ່າເຮົາສອງຄົນບໍ່ມີໃຜຍອມປັບ

ແຕ່ຂ້ອຍດີໃຈທີ່ຮ່ວມຊີວິດຄູ່
ເຖິງສຸດທ້າຍແລ້ວບໍ່ເປັນດັ່ງທີ່ຫວັງ
ຫຼຽວເບິ່ງຮູບພາບທີ່ຍັງຕິດຢູ່
ເພາະທຸກຊ່ວງເວລາເຈົ້າກໍ່ເກາະທີ່ຫຼັງ

ເລື່ອງຮ້າຍເລື່ອງດີບໍ່ມີຂ້ອຍຄອຍບອກ
ມື້ທີ່ຢາກປຶກສາບໍ່ມີເຈົ້າຄອຍຕອບ
ເລື່ອງລາວທັງໝົດໝູ່ຕ້ອງຄອຍປອບ
ສຸດທ້າຍແລ້ວທາງເຈົ້າຂ້ອຍຕ້ອງຖອຍອອກ

#lilroxz #ຈາກບ່ອນນີ້ #ptflow

Комментарии

Информация по комментариям в разработке