ຄູ່ແທ້ແກ້ຄັກ คู่แท้แก้คัก ທອງດຳ ກອງດວງດີ ລຳມຸດ ບຸດສະບາ ทองดำ กองดวงดี ลำมุด บุษบา Thongdam Lammud

Описание к видео ຄູ່ແທ້ແກ້ຄັກ คู่แท้แก้คัก ທອງດຳ ກອງດວງດີ ລຳມຸດ ບຸດສະບາ ทองดำ กองดวงดี ลำมุด บุษบา Thongdam Lammud

ທອງດຳ ກອງດວງ ລຳມຸດ ບຸດສະບາ ทองดำ กองดวงดี ลำมุด บุษบา
ລົດຈັກຮ້າງ ลดจักฮ้าง
ຂີ່ລົດຈັກຮ້າງ ແລ່ນຕາມທາງສາວເບະສົບໃຈ
ເຮັດຈັງໃດຊິໄດ້ ລົດລຸ້ນໃໝ່ໆມາຂີ່ນຳເຂົາ
ຂີ່ແຕ່ລົດຮ້າງ ຫ່າງເຫລືອເກີນໜໍກັນກັບເຈົ້າ
ຂີ່ມາຈອດຢູ່ກ້ອງກົກພ້າວ ສາວຫຼຽວເຫັນກໍ່ຫັນຫລັງໃສ່

ແສນເຈັບໃຈເຫຼືອ ເມື່ອຄົນມີເຂົາແຊງຕັດໜ້າ
ເຂົາມາຄວງການດາ ໜີຕັດໜ້າອ້າຍໄປໄຫວ່ໆ
ໄດ້ແຕ່ຢືນເຊີ້ ເງີກເທີ້ເລີ້ຈົນນໍ້າຕາໄຫລ
ຈັງແມ່ນຂີ່ຢຽບໃຈ ລົດຈັກອີຮ້າງແທ້ໜໍຄົນດີ

ອ້າຍຢາກມີ ເງິນເບິ່ງເດຈັກກ້ອນ
ທັງເງິນບາດເງິນດອນ ຊື້ແນ່ນອນວີໂກ້ໃຫ້ຂີ່
ໜຸ່ມລົດຈັກຮ້າງ ຄົງຊິສ້າງບຸນມາພຽງນີ້
ມີແຕ່ໃຈມອບໃຫ້ຄົນດີ ເງິນຄຳບໍ່ມີຜູ້ໃດຈະສົນ

ໃຫ້ອີດູຕົນ ຄົນຈົນໆແດ່ເດີ້ນ້ອງຫລ້າ
ເປັນນຳວາດສະໜາ ອ້າຍເກີດມາອາພັບອັບຈົນ
ອ້າຍຮັກນ້ອງແທ້ ຕ້ອງຜ່າຍແພ້ໃຫ້ເຂົາໜ້າມົນ
ຫັກຫົວໃຈບໍ່ໃຫ້ໄປວົນ ປ່ອຍນໍ້າຕາຫລົ່ນເປື້ອນອານລົດຮ້າງ
ຮັກໜຸ່ມລົດຈັກຮ້າງ ฮักลดจักฮ้าง
ຂີ່ລົດຈັກຮ້າງ ແລ່ນຕາມທາງສາວເບະສົບໃຈ
ມັນບໍ່ຈິງດອກອ້າຍ ຢ່າເວົ້າໃສ່ໃຫ້ນ້ອງເສຍຂວັນ
ລົດເຮືອແຂ່ງໄດ້ ມີຫລັກໄຊໝາຍໄວ້ໃຫ້ກັນ
ວາດສະໜາຂອງຄົນເຮົານັ້ນ ເອົາຫຍັງທຽບໃສ່

ທຳໃຈໃຫ້ດີ ເຖິງຈະມີຄົນແຊງຕັດໜ້າ
ມັນບໍ່ເປັນປັນຫາ ລວຍລົ້ນຟ້ານ້ອງບໍ່ສົນໃຈ
ບໍ່ມີຄວາມມຈິງ ເກີດເປັນຍິງຮັກຈິງກວ່າໃຜ
ຄວາມຈິງເປັນສິ່ງບໍ່ຕາຍ ໃຫ້ອ້າຍຮັກດຽວເທົ່ານີ້

ບໍ່ຈຳເປັນ ມີເງິນຫລາຍດອກອ້າຍ
ຄົນທີ່ນ້ອງພໍໃຈ ຮ້າງສໍ່າໃດນ້ອງກໍ່ຈະຂີ່
ໝຸ່ມລົດຈັກຮ້າງ ນ້ອງຢ່າຢັ່ງຄວາມຮັກນ້ອງນີ
ພຽງນໍ້າໃຈຊື່ສັດພັກດີ ເງິນຄຳບໍ່ມີອ້າຍຢ່າກັງວົນ

ນ້ອງບໍ່ເປັນຄົນ ເຫັນແກ່ຕົນເກີນໄປດອກອ້າຍ
ຊີວິດຄູ່ຍິງຊາຍ ທັງສອງຝ່າຍພ້ອມກັນອົດທົນ
ຖ້າຮັກນ້ອງແທ້ ໃຫ້ເອົາພໍ່ແມ່ມາຂໍໜ້າມົນ
ນ້ອງຈະຄອຍອ້າຍຢ່າໄປດົນ ຢ້ານນໍ້າຫຼົ່ນເປືອນອານລົດຮ້າງ
ຄິດຮອກສາວບໍ່ແກ້ວ ทองดำ กองดวงดี

ຕິດອົກຕິດໃຈ ເມື່ອອ້າຍນີ້ໄດ້ມາແອ່ວ
ສາວເຂດແຂວງບໍ່ແກ້ວ ອ້າຍເຫັນແລ້ວບໍ່ຢາກຈາກລາ
ສາວເມືອງຫ້ວຍຊາຍ ຊາມໄວອ້າຍປາດຖະໜາ
ສາວເຂດເມືອງປາກທາ ໄດ້ພົບສົບຕາຈົນຫຼົງຝັນໄຝ່

ງານດອກງີ້ວບານ ວັນນັ້ນທີ່ເມືອງຕົ້ນເຜີ້ງ
ອ້າຍຮັກສາວເມືອງເມິງ ສາວລາວເທິງຜູ້ງານບາດໃຈ
ສາວຜາອຸດົມ ພາອ້າຍທ່ຽວຊົມທົ່ວໄປ
ແລ້ວນອນນ້ອງຊາມໄວ ກໍ່ພາອ້າຍໄປໄຫວ້ທາດໂພນຄຳ

ຄິດຮອດຫຼາຍເດ ຄິດຮອດນ້ອງຫຼ້າ
ຢາກໄປເຫັນໜ້າ ຢາກເວົ້າຢາກຈານັ່ງນຳ
ເປັນວາດສະໜາ ທີ່ພັກພາໃຫ້ພົບຄົນງາມ
ຄົງເປັນເວນຫຼືກຳ ໃຫ້ຈາກຄົນງາມພາໃຈອ້າຍເສົ້າ

ຜູ້ສາວລາວຢວນ ຊວນໃຫ້ໃຈຄິດຮອດ
ຝັນເຫັນນ້ອງຕະຫຼອດ ອ້າຍຄິດບໍ່ມີຍາມເຊົາ
ຂໍບອກນົງຄານ ງານເທດສະການບັນດາເຜົ່າ
ປີໜ້າເຖີດນ້ອງນົງເຍົາ ສອງຄົນເຮົາຈຶ່ງໄດ້ພົບກັນ
ເພັງ: ສາວບໍ່ເເກ້ວຍັງຄອຍ
ດີອົກດີໃຈ ເມື່ອຕອນທີ່ອ້າຍມາເເອ່ວ
ສາວເຂດແຂວງບໍ່ແກ້ວ ນ້ອງເຫັນແລ້ວສຸດຊື່ນອຸລາ
ສາວເມືອງຫ້ວຍຊາຍ ຫົວໃນນ້ອງຍັງໄຝ່ຫາ
ສາວເຂດເມືອງປາກທາ ເມືອອ້າຍສົບຕາຈົນຫຼົງຝັນໄຝ່

ງານດອກງິ້ວບານ ວັນນັ້ນທີ່ເມືອງຕົ້ນເຜິ້ງ
ອ້າຍວ່າສາວເມືອງເມິງ ສາວລາວເທິງຜູ້ງາມບາດໃຈ
ສາວພະອຸດົນ ພາອ້າຍທ່ຽວຊົມທົ່ວໄປ
ນ້ອງສຸດທີຈະດີໃຈ ຕອນອ້າຍໄປໄຫ້ວທາດໂຄມຄ່າ
ຄິດຮອດຫຼາຍເດ ຄິດຮອດເເຕ່ນ້ອງ
ຄິດຮອດເເຮງຫຼາຍ ຢາກໃຫ້ອ້າຍມານັ່ງນຳ
ເປັນວາດສະໜາ ທີ່ຊັກພາໃຫ້ພົບກ້ອນຄໍາ
ຄົງເປັນເວນຫຼືກຳ ໄດ້ເເຕ່ຄິດນ່າພາໃຈນ້ອງເສົ້າ
ຜູ້ສາວລາວຍວນ ຊວນໃຫ້ຫົວໃຈຄິດຮອດ
ຝັນເຫັນອ້າຍຕະຫຼອດ ນ້ອງຄິດຮອດບໍ່ມີຍາມເຊົາ
ຍັງອີກບໍ່ດົນນານ ງານເທດສະການບັນດາເຜົ່າ
ນ້ອງຍັງຈໍາຄໍາເວົ້າ ວ່າສອງຄົນເຮົາຊືໄດ້ພົບກັນ
ເພັງ: ສາວຫາດກ້ຽງ ทองดำ กองดวงดี
ທ່ຽວງານວັນໜື່ງ ມັນຊື້ງໃນໃຈບໍ່ລືມ
ມົນຮັກຜູ້ສາວເເຄມງື່ມ ບໍ່ລືມອ້າຍຍັງຈໍາໄດ້
ສາວບ້ານຫາດກ້ຽງ ນ້ອງເຄີຍນັ່ງຮຽງກັບຊາຍ
ທ່ຽວງານດ້ວຍກັນປີກາຍ ຊາມໄວໃຫ້ສັນຍາ

ງານບຸນຊ່ວງເຮືອ ປີກາຍອ້າຍໄດ້ພົບນ້ອງ
ໂອເເມ່ເນື້ອທອງ ນວນນ້ອງຊ່າງງາມໂຊພາ
ເຫັນສາວບ້ານໃດ ເໜືອໃຕ້ມາກມາຍຫລາຍໜ້າ
ເເຕ່ຍັງບໍ່ງາມຕິດຕາ ຕິດໃຈເໝືອນສາວຫາດກ້ຽງ

ຜູ້ສາວໃນເເຄວ້ນ ດິນເເດນເຂດເມືອງຂອງເຮົາ
ຖິ່ນນີ້ຕ້ອງຍົກໃຫ້ເຈົ້າ ໃຜກໍຢາກເອົາຂ້ອຍເປັນຄູ່ຄຽງ
ໃຜເຫັນກໍວ່າ ງາມກວ່າຜ້ສາວໃນວຽງ
ອ້າຍຢາກຈະເປັນຄູ່ຄຽງ ກັບສາວຫາດກ້ຽ ຜູ້ງາມວິໄລ

ຊ່ວງເຮືອປີນີ້ ຖ້າມີນວນນ້ອງນົງຄານ
ອ້າຍນີ້ຈະບໍ່ກັບບ້ານ ຈະຂໍທ່ຽວງານກັບນ້ອງຊາມໄວ
ຈະຄຽງຄູ່ນ້ອງ ລັບລອງອ້າຍຈະບໍ່ປ່ຽນໃຈ
ຈົນກວ່າຊີບສີ້ນສະຫລາຍ ຂໍຝາກໃຈໄວ້ທີ່ຫາດກ້ຽງ
ເພງ: ສາວຫາດກ້ຽງຍັງລໍ
ທ່ຽວງານວັນໜຶ່ງ ມັນຊື້ງໃນໃຈບໍ່ລືມ
ອ້າຍບອກຮັກ ສາວເເຄມງື່ມ ບໍ່ລືມນ້ອງຍັງຈໍາໄດ້
ທີ່ບ້ານຫາດກ້ຽງ ນ້ອງເຄີຍນັ່ງຮຽງກັບຊາຍ
ທ່ຽວງານດ້ວຍກັນປີກາຍ ອ້າຍແລະນ້ອງເຄີຍໄດ້ສັນຍາ
ງານບຸນຊ່ວງເຮືອ ປີກາຍອ້າຍບອກກັບນ້ອງ
ຫຼືອ້າຍແກ້ງຍ້ອງ ວ່ານ້ອງນີ້ງາມໂຊພາ
ເຫັນສາວບ້ານໃດ ເໜືອໃຕ້ມາກມາຍຫລາຍໜ້າ
ອ້າຍບອກບໍ່ງາມຕິດຕາ ຕິດໃຈເໝືອນສາວຫາດກ້ຽງ
ນ້ອງຍັງຈຳໄດ້ ຝັງໃຈບໍ່ໄດ້ລືມລາ
ອ້າຍບອກເປັນຄຳສັນຍາ ວ່າຊິມາຂໍເປັນຄູ່ຄຽງ
ທັງຍ້ອງນ້ງວ່າ ງາມກວ່າຜ້ສາວໃນວຽງ
ສັນຍາຢາກເປັນຄູ່ຄຽງ ຜູ້ສາວຫາດກ້ຽງຄົນນີ້ຍັງລໍ
ຊ່ວງເຮືອປີນີ້ ຄົນດີຈົ່ງຟ້າວມາໄວ
ນ້ອງນີ້ຊິເກັບຫົວໃຈ ໄວ້ໃຫ້ຊາຍຄົນດຽວກໍ່ພໍ
ອ້າຍຮັກແທ້ ຈົ່ງພາເຖົ້າແກ່ມາຂໍ
ນ້ອງນີ້ຊິຕັ້ງຕາລໍ ອ້າຍມາສູ່ຂໍຜູ້ສາວຫາດກ້ຽງ
ເພງ ເປີດຕູ້ແກ້ໜ້າ ทองดำ กองดวงดี
ສຸດແສນເສຍໃຈ ຈົນວ່າບໍ່ມີໃຈເສຍ
ຕັ້ງໃຈຊິໄປເອົາເມຍ ໃນແບບຂໍພ້ອມສົ່ງນຳ
ຮອດວັນນັດໝາຍ ອອກໃໝ່ແຮມສິບແປດຄໍ່າ
ແຫ່ພາຂວັນເຖິງບ້ານຄົນງາມ ນ້ອງກັບປີ້ນຄຳຈົນອ້າຍມຶນງົງ
ຈ້າງລົດຮຸນໄດ ເອົາໄວ້ຕັ້ງເກົ້າສິບຄັນ
ໄວ້ແກ່ຕູ້ໄປເປີດງັນ ແຕ່ນ້ອງນັ້ນໄລ່ໜີລົງທົ່ງ
ອາຍຈົນຕົວສັ່ນ ພາຂວັນບໍ່ມີມ່ອງລົງ
ກໍ່ເລີຍແຫ່ເຂີຍຂ້າມທົ່ງ ໄປລົງທີ່ບ້ານສາວທູ
ເອົາເລີຍເດີ້ໝູ່ ແນຕູ້ໃຫ້ມັນຄັກ ຄັກ
ແລ້ວເປີດດັງໆ ຈຳກັກ ໃຫ້ຄົນຟາກທົ່ງໄດ້ຮູ້
ວ່າມີງານດອງ ຍິ່ງໃຫ່ຍຢູ່ບ້ານສາວທູ
ມີຮອດລຳວົງສອງຕູ້ ໃຫ້ເຂົາຮູ້ເອົາຈິງອີ່ຫຼີ
ດວງເຮົາຍັງດີ ເຖິງຊິ ບໍ່ຄັກປານໃດ
ໄດ້ເມຍແບບບໍ່ຖືກໃຈ ຍັງໃຄກວ່າຫາບໍ່ມີ
ເລີກງານມື້ອື່ນ ຕ້ອງເສຍຄ່າດອງທັນທີ
ແຕ່ງງານແກ້ໜ້າຄາວນີ້ ເຮັດໃສ່ຄົນດີທີ່ເຂົາເມີນເຮົາ
ເພງ: ຢ່າເປີດຕູ້ດັງ
ວັນນີ້ລະໜາ ຄືວັນວິວາເເຟນເຮົາ
ຄົນທີ່ໄດ້ເປັນເຈົ້າສາວ ລຸ້ນນ້ອງເຮົາບ້ານຢູ່ຟາກທົ່ງ
ສ່ວນຕົວເຮົານີ້ ບໍ່ມີນຸດນໍາຍູ້ສົ່ງ
ເຂົາເລີຍເເຫ່ເຂີຍຂ້າມທົ່ງ ໄປລົງໃສ່ສາວລຸ້ນນ້ອງ
ຝູງຄົນເຂົາຮ້ອງ ເຂົາໂຫສະໂຍສຽງດັງ
ນັ່ງງຽງຫູນ້ອຍຄອຍຟັງ ເຂີຍຄືດັງເຢີຍຄົນເສົ້າໝອງ
ຖືຊອງບັດເຊີນ ເຄິງເເສນໃສ່ຊອງ
ເພືອຝູງລັງໄຫຼໄປດອງ ສີຂໍຝາກຊອງນໍາເພືອນດີກວ່າ
ມື້ງານວີວາ ຫັນນ່າຕູ້ມາບ້ານເຮົາ
ເປີດເພງຊ້ອມຮ້ອງເເຕ່ເຊົ້າ ຊໍາເຕີມເຮົາເອົາເເທ້ເອົາວ່າ
ເປີດຕູ້ເພງເເຮງ ຄືເກ່ງເຮັດໃສ່ນີ້ໜາ

Комментарии

Информация по комментариям в разработке