Logo video2dn
  • Сохранить видео с ютуба
  • Категории
    • Музыка
    • Кино и Анимация
    • Автомобили
    • Животные
    • Спорт
    • Путешествия
    • Игры
    • Люди и Блоги
    • Юмор
    • Развлечения
    • Новости и Политика
    • Howto и Стиль
    • Diy своими руками
    • Образование
    • Наука и Технологии
    • Некоммерческие Организации
  • О сайте

Скачать или смотреть ສະແດງສິລະປະ ວັນນະຄະດີມິດຕະພາບລາວ ຫວຽດນາມ ສະຫຼອງວັນຊາດທີ ສອງ ທັນວາ

  • AiAi @ACN
  • 2025-12-01
  • 61
ສະແດງສິລະປະ ວັນນະຄະດີມິດຕະພາບລາວ ຫວຽດນາມ ສະຫຼອງວັນຊາດທີ ສອງ ທັນວາ
  • ok logo

Скачать ສະແດງສິລະປະ ວັນນະຄະດີມິດຕະພາບລາວ ຫວຽດນາມ ສະຫຼອງວັນຊາດທີ ສອງ ທັນວາ бесплатно в качестве 4к (2к / 1080p)

У нас вы можете скачать бесплатно ສະແດງສິລະປະ ວັນນະຄະດີມິດຕະພາບລາວ ຫວຽດນາມ ສະຫຼອງວັນຊາດທີ ສອງ ທັນວາ или посмотреть видео с ютуба в максимальном доступном качестве.

Для скачивания выберите вариант из формы ниже:

  • Информация по загрузке:

Cкачать музыку ສະແດງສິລະປະ ວັນນະຄະດີມິດຕະພາບລາວ ຫວຽດນາມ ສະຫຼອງວັນຊາດທີ ສອງ ທັນວາ бесплатно в формате MP3:

Если иконки загрузки не отобразились, ПОЖАЛУЙСТА, НАЖМИТЕ ЗДЕСЬ или обновите страницу
Если у вас возникли трудности с загрузкой, пожалуйста, свяжитесь с нами по контактам, указанным в нижней части страницы.
Спасибо за использование сервиса video2dn.com

Описание к видео ສະແດງສິລະປະ ວັນນະຄະດີມິດຕະພາບລາວ ຫວຽດນາມ ສະຫຼອງວັນຊາດທີ ສອງ ທັນວາ

ອະນຸກຳມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເພື່ອສະເຫຼີມສະຫຼອງ ສາມວັນປະຫວັດສາດ ປີ ສອງພັນຊາວຫ້າ ໄດ້ຈັດການສິລະປະ-ວັນນະຄະດີ ມິດຕະພາບລາວ-ຫວຽດນາມ ໃນໂອກາດ ວັນຊາດທີ ສອງ ທັນວາ ຄົບຮອບຫ້າສິບ ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນພົມວິຫານຄົບຮອບ ໜຶ່ງຮ້ອຍຫ້າ ປີ, ໃນຄໍ່າຄືນວັນທີ ສາມສິບ ພະຈິກ ສອງພັນຊາວຫ້າ ຢູ່ຫໍວັດທະນະທໍາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຊົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ບັນດາທ່ານການນໍາພັກລັດ ທູຕານຸທູດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຄະນະນັກສະແດງສິລະປະວັນນະຄະດີ ຈາກ ສປປ ລາວ ແລະ ສສ ຫວຽດນາມ ແລະ ມວນຊົນເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ກ່າວວ່າ: ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ ຫ້າສິບ ປີ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ ໜຶ່ງຮ້ອຍຫ້າປີ ຜູ້ນໍາປະຕິວັດທີ່ແສນເຄົາລົບຮັກ ຂອງ ປວງຊົນລາວບັນດາເຜົ່າ. ສະນັ້ນ, ອະນຸກຳມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເພື່ອສະເຫຼີມສະຫຼອງ ສາມ ວັນປະຫວັດສາດ ປີ ສອງພັນຊາວຫ້າ ໄດ້ຈັດການສະແດງສິລະປະ-ວັນນະຄະດີ ມິດຕະພາບລາວ-ຫວຽດນາມ ເພື່ອສະເຫລີມສະຫລອງ ເຫດການທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດ ທັງເພື່ອເປັນການສ້າງບັນຍາກາດແຫ່ງຄວາມຜາສຸກ, ແຫ່ງຄວາມເບີກບານມ່ວນຊື່ນ ແລະ ມີຄວາມເອກອ້າງຖະນົງໃຈ ຕໍ່ຜົນງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດອັນແສນເຄົາລົບຮັກຂອງພວກເຮົາ ໃນຕະຫຼອດ ຫ້າສິບ ປີຜ່ານມາຈຶ່ງຈັດ ການສະແດງ ສິລະປະ-ວັນນະຄະດີ ມິດຕະພາບ ລາວ-ຫວຽດນາມ ເພື່ອສຶກສາອົບຮົມ ໃຫ້ຄົນຮຸ້ນໃໝ່ເຫັນໄດ້ເຖິງມູນເຊື້ອການນຳພາທີ່ສະຫລາດສ່ອງໃສ, ພິລາດອາດຫານ, ລະອິດລະອ້ຽວ ຫຍຸ້ງຍາກ ທັງສ່ອງແສງເຖິງໄຊຊະນະ ແລະ ຜົນສໍາເລັດ ທີ່ສະຫງ່າງາມຂອງພັກເຮົາ ໃນການນຳພາຕະຫລອດໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄືການນຳພາສ້າງສາພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງຄົນລາວ, ເພື່ອສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍຜ່ານເນື້ອຮ້ອງ ທຳນອງເພງ, ບັນດາບົດຟ້ອນ, ບົດສະແດງຕ່າງໆ ບັນດາລາຍການສະແດງທີ່ມີການປະສົມປະສານ ແບບລັກສະນະພື້ນເມືອງທີ່ເປັນເອກະລັກ ແລະ ການປະຍຸກໃໝ່ ເພື່ອໃຫ້ເຂົ້າກັບກັບຍຸກສະໄໝໃນໄລຍະໃໝ່ ລ້ວນແຕ່ມີຄວາມໝາຍ ແລະ ມີຄວາມສຳຄັນເປັນຢ່າງຍິ່ງ ທີ່ພົວພັນເຖິງມູນເຊື້ອຕໍ່ສູ້ກູ້ຊາດ ແລະ ຜົນສຳເລັດທີ່ປະເທດຊາດຍາດມາໄດ້ຢ່າງສົມບູນຮອດສູ່ມື້ນີ້.
ສໍາລັບການສະແດງສິລະປະ ຄັ້ງນີ້ ປະກອບມີ ສິບແປດ ລາຍການ ເປັນຕົ້ນແມ່ນ: ເສບດົນຕີອໍແກັສຣາ ໃນບົດເພງ ສາວຊຽງຊຽງ , ໄຊຊະນະເສັ້ນທາງເລກເກົ້າ, ລໍາຄອນສະຫວັນ ກອນລໍາລຶກເຖິງປະທານໄກສອນພົມວິຫານ, ການເດີນແບບລາຍນາກສູ່ມໍລະດົກໂລກ, ການສະແດງເປົ່າແຄນ, ກາຍຍະສິນ, ພ້ອມນີ້ ຍັງມີການຮ້ອງດ່ຽວ ແລະ ຮ້ອງປະສົມຈາກສະລະປິນລາວ-ຫວຽດນາມໃນຫລາຍໆບົດເພງ ແລະ ອື່ນໆອີກຫລາຍໆລາຍການ ທີ່ີສ້າງປະທັບໃຈໃຫ້ມວນຊົນ.

Комментарии

Информация по комментариям в разработке

Похожие видео

  • О нас
  • Контакты
  • Отказ от ответственности - Disclaimer
  • Условия использования сайта - TOS
  • Политика конфиденциальности

video2dn Copyright © 2023 - 2025

Контакты для правообладателей [email protected]