ລວມເພງມ່ວນ ຊວນເຕັ້ນ เพลงม่วนขวนเตั้น ວຽງອານຸໄຊ ແຫລ້ ລຳເຊ ບຸນຍູ້ ລູກແມ່ຂອງ ທອງດຳ ກອງດວງດີ ລຳມຸດ

Описание к видео ລວມເພງມ່ວນ ຊວນເຕັ້ນ เพลงม่วนขวนเตั้น ວຽງອານຸໄຊ ແຫລ້ ລຳເຊ ບຸນຍູ້ ລູກແມ່ຂອງ ທອງດຳ ກອງດວງດີ ລຳມຸດ

ເພງ: ເຂົາຖີ້ມຊິຍີ້ມຮັບ
ນັກຮ້ອງ: ວຽງອານຸໄຊ ຄິດອ່ອນ
ແຕ່ງໂດຍ: ອຈ ບຸນຍູ້ ລູກແມ່ຂອງ
ດົນຕຣີ: ອຈ ຊຽງ ທ່າແຂກ
ກຣາຟິກ: ມະຫາສານ ມີເດ່ຍ

ຊີວິດຄົນຈົນ ຕ້ອງທົນນອນໜາວ
ໃຈນັ້ນມັກເຂົາ ແຕ່ເງີນເຮົາບໍ່ພໍແຕ່ງ
ເຮົາພໍກະເທີນ ບໍ່ສົມເພິ່ນຜູ້ສາວແກ້ມແດງ
ໄດ້ແຕ່ລັກແຍງ ມັກເຈົ້າແຮງຫລົງກືນນ້ຳລາຍ
ນ້ອງເປັນຜູ້ດີ ອ້າຍນີ້ຜູ້ຈົນ
ບໍ່ມີສິດເລືອກໜ້າມົນ ປະໃຫ້ຄົນອື່ນເລືອກຕາມໃຈ
ຍາມນ້ອງຜິດຫວັງ ມານັ່ງໂສກເສົ້າອາໄລ
ສວຍໂອກາດໄປ ປອບໃຈຍາມຍິງອົກຮັກ
ເຂົາຖີ້ມຊິຍີ້ມຮັບ ຫວັງຈັບເອົາຕອນປາຂ່ອນ
ເອົາແບບຫລອນໆ ຕອນເຂົານັ້ນອົກຮັກ
ເຫຼືອເຂົາຈຶ່ງແມ່ນເຮົາ ຍ້ອນກະເປົາເງີນບໍ່ໜັກ
ຄັນເຂົາເຊົາມັກ ມາຮັກກັບອ້າຍເດີຫລ້າ
ຊີວິດຄົນຈົນ ຕ້ອງທົນນອນໜາວ
ນອນຖ້າຜູ້ສາວ ຕອນເຂົາອົກຫັກກັບມາ
ມືສອງມືສາມ ຮັບໄດ້ທຸກຍາມແກ້ວຕາ
ໃຜຊໍ້າອຸລາ ມາຫາອ້າຍຊິປົວແຜໃຈ

ເພງ: ສາວໜອງບົວ
ນັກຮ້ອງ: ແຫລ້ ລຳເຊ
ແຕ່ງໂດຍ: ແຫລ້ ລຳເຊ
ດົນຕຣີ: ອຈ ຊຽງ ທ່າແຂກ
ກຣາຟິກ: ມະຫາສານ ມີເດ່ຍ

ສາວໜອງບົວ ຮູ້ຕົວຢູ່ບໍນ້ອງຫລ້າ
ອ້າຍຮັກການດາ ຢາກມາເປັນເຂີຍໜອງບົວ
ທັງທີ່ໃຈຮັກ ແຕ່ບໍ່ກ້າທູນຫົວ
ເພາະອ້າຍນີ້ມີແຕ່ຕົວ ຫົວໃຈນີ້ມອບໃຫ້ນາງ
ແມ່ນ້ອງບອກອ້າຍ ຖອຍໄໃຫ້ໄກີກວ່າ
ລູກແມ່ບໍ່ໄດ້ຕາມົວ ຢ່າຮັກຄົນຊົ່ວມີແຕ່ຮ້າງໆ
ອ້າຍບໍ່ມີຫຍັງ ແຕ່ກໍ່ຈະສູ້ເພື່ຶອນາງ
ມີແຕ່ກຳແພງກັ້ນກາງ ຈະສູ້ເພື່ອນາງໄປດ້ຈັງໃດ
ຈາກໄປແລ້ວ ບໍ່ຫວນກັບມາຕິດຕໍ່
ບຸນອ້າຍບໍ່ພໍ ຂໍລານ້ອງໄປໃຫ້ໄກ
ບຸນທົ່ງນາມີ ຄົນດີເຄີຍສັນຍາໄວ້
ອ້າຍນີ້ບໍ່ໄດ້ປຽນໄປ ແຕ່ຜູ້ໃຫ່ຍເຂົາບໍ່ພ້ອມເຮົາ
ລາກອ່ນເດີ ຜູ້ສາວໜອງບົວຄົນຊ່າ
ຍີ້ມທັງນ້ຳຕາ ຂໍລາກອ່ນເດີຍົງເຍົາ
ຄິດຮອດໜອງບົວ ອ້າຍນີ້ກໍ່ຊິອົດເອົາ
ຮູ້ຕົວຢູ່ບໍນົງເຍົາ ອ້າຍນີ້ຮັກເຈົ້າຜູ້ສາວໜອງບົວ

ເພງ: ນໍ້າຕາສາວສວນຢາ
ນັກຮ້ອງ: ຈິນຕະຫລອງ ມາລາພອນ
ແຕ່ງໂດຍ: ຈິນຕະຫລອງ ມາລາພອນ
ດົນຕຣີ: ອຈ ຊຽງ ທ່າແຂກ
ກຣາຟິກ: ມະຫາສານ ມີເດ່ຍ

ນັ່ງມອງສວນຢາ ນໍ້າາຕານ້ອງຫຼັ່ງ
ຄິດຮອດອາດີດເບື້ອງຫຼັງ ເຄີຍມີອ້າຍມາຊ່ວຍແຮງ
ນັ່ງຢູ່ແຄມຂອງ ຫຼຽວມອງຫາດຊາຍຍາມແລງ
ຕາເວັນໃກ້ຈະສິ້ນແສງ ຄິດຮອດແຮງໆຄົນເຄີຍນັ່ງຮຽງ
ສຽງຄັນຮຽກເອີ້ນ ເອົາລູກເອົາຫຼານ
ກັບຄືນເຮືອນຊານ ປະສານກັບສາຍນໍ້າໄຫຼ
ນ້ອງຢູ່ຄົນດຽວ ມັນແສນເຈັບປວດຫົວໃຈ
ຄິດນຳແຕ່ຄົນຈາກໄປ ຈັກເປັນຈັງໃດບໍ່ຫວນຄືນມາ
ສວນຢາແຫ່ງນີ້ ຍັງຄອຍອ້າຍຢູ່
ກັບເຖີດຍອດຊູ້ ຮູ້ບໍວ່າມີຄົນຄອຍ
ຫລືນ້ອງນັ້ນລືມ ວາຈາເມື່ອເດືອນສາມຄ້ອຍ
ມາຫຼອກໃຫ້ນ້ອງເຫງົາຫງອຍ ນັ່ງຄອຍແຕ່ວັນສັນຍາ
ຈາກໄປໄກຕາ ສາວລືມສວນຢາມິດຈ້ອຍ
ໄປຫຼົງສາວສວນອ້ອຍ ເວົ້າຫວານຈ້ອຍໆເຈົ້າຈຶ່ງລືມລາ
ສວນຢາມັນເກົ່າ ເປັນຂອງມຶນເມົາບໍ່ມີລາຄາ
ຈຶ່ງປ່ອຍໃຫ້ສາວສວນຢາ ຕ້ອງມານໍ້າຕາໄຫຼລິນ

ເພງ: ລົດຈັກຮ້າງ
ນັກຮ້ອງ: ທອງດຳ ກອງດວງດີ
ແຕ່ງໂດຍ: ອານຸສິດ ມິດປະຊາ
ດົນຕຣີ: ອຈ ຊຽງ ທ່າແຂກ
ກຣາຟິກ: ມະຫາສານ ມີເດ່ຍ

ຂີ່ລົດຈັກຮ້າງ ແລ່ນຕາມທາງສາວເບະສົບໃຈ
ເຮັດຈັງໃດຊິໄດ້ ລົດລຸ້ນໃໝ່ໆມາຂີ່ນຳເຂົາ
ຂີ່ແຕ່ລົດຮ້າງ ຫ່າງເຫລືອເກີນໜໍກັນກັບເຈົ້າ
ຂີ່ມາຈອດຢູ່ກ້ອງກົກພ້າວ ສາວຫຼຽວເຫັນກໍ່ຫັນຫລັງໃສ່
ແສນເຈັບໃຈເຫຼືອ ເມື່ອຄົນມີເຂົາແຊງຕັດໜ້າ
ເຂົາມາຄວງການດາ ໜີຕັດໜ້າອ້າຍໄປໄຫວ່ໆ
ໄດ້ແຕ່ຢືນເຊີ້ ເງີກເທີ້ເລີ້ຈົນນໍ້າຕາໄຫລ
ຈັງແມ່ນຂີ່ຢຽບໃຈ ລົດຈັກອີຮ້າງແທ້ໜໍຄົນດີ
ອ້າຍຢາກມີ ເງິນເບິ່ງເດຈັກກ້ອນ
ທັງເງິນບາດເງິນດອນ ຊື້ແນ່ນອນວີໂກ້ໃຫ້ຂີ່
ໜຸ່ມລົດຈັກຮ້າງ ຄົງຊິສ້າງບຸນມາພຽງນີ້
ມີແຕ່ໃຈມອບໃຫ້ຄົນດີ ເງິນຄຳບໍ່ມີຜູ້ໃດຈະສົນ
ໃຫ້ອີດູຕົນ ຄົນຈົນໆແດ່ເດີ້ນ້ອງຫລ້າ
ເປັນນຳວາດສະໜາ ອ້າຍເກີດມາອາພັບອັບຈົນ
ອ້າຍຮັກນ້ອງແທ້ ຕ້ອງຜ່າຍແພ້ໃຫ້ເຂົາໜ້າມົນ
ຫັກຫົວໃຈບໍ່ໃຫ້ໄປວົນ ປ່ອຍນໍ້າຕາຫລົ່ນເປື້ອນອານລົດຮ້າງ

ເພງ: ເລີກແລ້ວຜົວເຂົາ
ນັກຮ້ອງ: ລຳມຸດ ບຸດສະບາ
ແຕ່ງໂດຍ: ອຈ ຝ້າຍຂາວ ມະໄລສອນ
ດົນຕຣີ: ອຈ ຊຽງ ທ່າແຂກ
ຫ້ອງອັດສຽງ: ມະຫາສານ ມີເດ່ຍ
ກຣາຟິກ: ມະຫາສານ ມີເດ່ຍ

ລືມແລ້ວເດີ້ ທີ່ເຄີຍເຜີຫົວຄົນອື່ນ
ຄວາມເຈັບສະອື້ນ ທົນຝືນໃນໃຈມານານ
ບ້ານນ້ອຍບ້ານໃຫ່ຍ ຊິຂໍໃຫ້ກາຍເປັນຕຳນານ
ນ້ອງບໍ່ສົນນຳຜົວຊາວບ້ານ ຫຼືວ່າຝັນໃຫ້ມັນຜ່ານໄປ
ຕັດໃຈແລ້ວ ພໍແລ້ວກັບຄຳວ່ານ້ອຍ
ສ່ຽງຊີ້ມໄປນ້ອງຊິຂໍປ່ອຍ ເຊົາເປັນນ້ອຍເຂົາແລ້ວເດີ້ອ້າຍ
ຊິລວຍຊິຫລໍ່ ກະຜົວເຂົາບໍ່ເອົາໃສ່ໃຈ
ຢາກຂໍມາເລີ່ມຕົ້ນໃໝ່ ຕັດອົກຕັດໃຈໄດ້ແລ້ວວັນນີ້
ຈະຂໍລືມ ລືມຊາຍທີ່ເປັນຂອງເຂົາ
ນ້ອງຈະເອົາ ຜູ້ບ່າວມາຮ່ວມຊີວີ
ຈະດີຫຼືຊົ່ວ ຂໍພຽງອ້າຍຮັກນ້ອງຄົນນີ້
ລົບລ້າງສາບຄາວລາຄີ ບໍ່ຕິທີ່ນ້ອງນີ້ເຄີຍເປັນນ້ອຍ
ຮັບໄດ້ຢູ່ຕີ້ ນ້ອງມີປົ່ມດ້ອຍທາງໃດ
ເລີກກັບເຂົາແລ້ວເອົາກັບອ້າຍ ມອບກາຍໃຈໃຫ້ອ້າຍເຕັມຮ້ອຍ
ຊິຄອຍເລີ່ມຕົ້ນໃໝ່ ກັບອ້າຍສູ້ຢ່າງບໍ່ຖອຍ
ເປັນເມຍໃຫ່ຍຂອງອ້າຍນີ້ຄອຍ ເຊົາເປັນເມຍນ້ອຍໃຫ້ຄົນເຂົານິນທາ
ເພງ: ຫອມແກ້ມແຄມທາງ
ນັກຮ້ອງ: ອຈ ບຸນຍູ້ ລູກແມ່ຂອງ
ແຕ່ງໂດຍ: ອຈ ບຸນຍູ້ ລູກແມ່ຂອງ
ດົນຕຣີ: ອຈ ຊຽງ ທ່າແຂກ
ກຣາຟິກ: ມະຫາສານ ມີເດ່ຍ

ຕິດໃຈຢາກໄປ ຮ້ານນ້ອງຕະຫຼອດ
ຫົວໃຈສະປອດ ຄິດຮ້ານເບຍງາມຂໍາ
ອ້າຍສັ່ງອາຫານ ນ້ອງແຖມຫອມແກ້ມມານຳ
ປະເສີດເລີດລ້ຳ ນ້ຳໃຈນ້ອງນາງງົດງາມ
ຮ້ານອື່ນນັ້ນ ບໍ່ມີຫອມແກ້ມ
ບາດມາຮ້ານນ້ອງ ແຖມຫອມແກ້ມມານຳ
ອ້າຍມັກພັກຫອມ ຈົນຍອມເອົາມືລູບຄໍາ
ເປັນຂາປະຈຳ ຮ້ານນ້ອງແມ່ຄ້າໃຈີດີ
ຊິກິນຂອງຄາວ ຕ້ອງມີພັກຫອມມາພ້ອມ
ຫອມບົ້ວຫອມປອມ ຫອມຫໍ່ຫຼືວ່າພັກຊີ
ຊິກິນກອ້ຍຫອຍ ຕ້ອງເລືອກພັກຫອມດີໆ
ຖ້າມີຍອດປີ ແຮງດີກິນແລ້ວມີແຮງ
ຕິດໃຈ ຢາກໄປຮ້ານນ້ອງຕະຫຼອດ
ຫົວໃຈຄິດຮອດ ພັກບົ່ວພັກຊີຄຳແພງ
ຖ້າອ້າຍແນ່ນາ ນ້ອງວ່າງບໍນໍມື້ແລງ
ໄປຮ້ານແກ້ມແດງ ຢ່າລືມແຖມຫອມແກ້ມເດີ
ເພງ: ກິນດອງນ້ອງບໍ່ຂ່າວ
ນັກຮ້ອງ: ປອນວິໄລ ດວງມະນີ
ແຕ່ງໂດຍ: ປອນວິໄລ ດວງມະນີ
ດົນຕຣີ: ອຈ ຊຽງ ທ່າແຂກ
ກຣາຟິກ: ມະຫາສານ ມີເດ່ຍ

ເປັນຫຍັງນ້ອງ ກິນດອງນ້ອງບໍ່ສົງຂ່າວ
ນ້ອງຊ່າງລືມຜູ້ບ່າວ ທີ່ເຄີຍຮັກເຈົ້າຜ່ານມາ
ມີໃໝ່ມາແຊງ ນ້ອງດວ່ນໄປເຂົ້າວິວາ
ໄປບໍ່ລ້ຳບໍ່ລາ ຄິຂື້ນມາເສຍໃຈ
ເຫຼື່ອໃຈແຄ້ນ ເດແຟນມາລືມອ້າຍ
ຈັ່ງພໍມະເລີ້ຍເຕີ້ຍຕ້າຍ ບໍ່ຮັກອ້າຍແລ້ວໄປມີໃໝ່
ຈັ່ງພໍຫັ້ນແລ້ວ ອ້າຍເວົ້າເຈົ້າບໍ່ສົນໃຈ
ຄົນຈົນນ້ອງຮັກບໍ່ໄດ້ ແຕ່ຕົກລົງໃຈຊາຍຜູ້ມີ

ແຕ່ງງານທັງທີ່ ຄົນດີນ້ອງບໍ່ມີຂ່າວ
ຢ້ານເປື່ອງຕ່ອນແທ້ບໍ່ສາວ ໄດ້ອອຍພອນເຈົ້າກໍ່ຍັງດີ
ຊັງຫຍັງນໍ ຄືບໍ່ບອກແຕ່ຫົວທີ
ປ່ອຍຮັກຂ້າງດຽວມາຫຼາຍປີ ແຕ່ວັນນີ້ໄປເຂົ້າວິວາ
ໄກກັນແລ້ວໄປວັ່ງໆ ຄືນ້ຳຂອງໄຫລລັ່ງ
ໄຫລໄປວັ່ງໆ ບໍ່ກັບຄືນມາ
ຄວາມຮັກອ້າຍ ເປັນດັ່ງສາຍທາລາ
ບໍ່ນຶກເລີຍໂຊກຊາຕາ ຕ້ອງກັບມາເປັນເສືອສິ້ນລາຍ

Комментарии

Информация по комментариям в разработке