ຂັບນາກສະດຸ້ງ ( ขับนากสะดุ้ง ) ຕີ່ງນ່ອຍໆ

Описание к видео ຂັບນາກສະດຸ້ງ ( ขับนากสะดุ้ง ) ຕີ່ງນ່ອຍໆ

ຂັບນາກສະດຸ້ງ ຂັບພື້ນເມືອງຫລວງພະບາງ
ຂໍຂອບໃຈຊຸດງາມໆຈາກຮ້ານ ນວນແອນຕິກ ແລະ ຂໍຂອບໃຈສະຖານທີ່ຖ່າຍທໍາ ເຮືອນຈັນ

ຂັບນາກສະດຸ້ງ​
ເປັນ​ຂັບ​ພື້ນເມືອງ​ຂອງຊາວ​ຫລວງ​ພຣະບາງ​ ມາແຕ່ບູຮານ​ແທ້​ ເຊີ່ງຈະມີເນື້ອໃນການກ່າວຈີບກັນ -​ພັນລະນາຫາສິ່ງໃດຫນື່ງ ໃຫ້ຜູ້ຟັງໄດ້ເຂົ້າໃຈ

ການຂັບນາກສະດຸ້ງ​ ແບບຫລວງພຣະບາງ ບູຮານແທ້ໆນັ້ນ ເພີ່ນຈະນິຍົມຂັບຮ້ອງວັກລະຄູ່ ຄືວັກສຽງຂື້ນ2ຄັ້ງ ວັກສຽງລົງ2ຄັ້ງ ເປັນການຢຳ້ຄືນເນື້ອໃນຄຳເວົ້າທີ່ຂັບເປັ່ງສຽງອອກໄປ ເຊີ່ງເນື້ອໃນຂອງຂັບຈະບໍ່ມີເນື້ອໃນທີ່ຕາຍໂຕ ເພາະເປັນການຂັບການຮ້ອງທີ່ແຕ່ງຂື້ນໃນເວລາປັດຈຸບັນທັນດ່ວນ ແລະມີການສຳຜັດກ່າຍເກາະກັນໃຫ້ເປັນຄວາມເວົ້າຄວາມຫມາຍທີ່ມ່ວນອອນຊອນ

ເນື້ອເພງ

ອ່ານຫນັງສື
ຖາມ​ຂ່າວ​ ເຈົ້ານັ້ນລຸກແຫ່ງຫ້ອງ
ກ້ໍາຝ່າຍ​ ທາງໃດມາ...​ນ້ອງເອີຍ

ທູນຂະມ່ອມອ່າ......​ ນ້ອງນັ້ນເຄືອງພະໄທຫຍັງ....
ຈື່ງດຸງເດີນເຖີງຫາອ້າຍ....

********
ຂັບນາກສະດຸ້ງ
ນາກ​ເອ​ີຍມານີ້ສູ່ນັ່ງ ຊົມສະຫລ້າອີ່ປ້າແດງອ່ໍາ x2
ຈີກຫມາກໃຫ້ອ້າຍຄ້ຽວຍ້ໍາ ອ້າຍຈະລຳໃຫ້ນ້ອງໄດ້ຟັງ
ຈີກຫມາກໃຫ້ອ້າຍຄ້ຽວຍ້ໍາ ອ້າຍຈະລຳໃຫ້ນ້ອງຟັງເນີ້

ຫລວງພຣະບາງເມືອງມໍລະດົກໂລກ ຖືວ່າມີໂຊກໃຜໄດ້ມາຊົມ
ຕາດກວາງຊີເປັນຕາຫນ້າຊົມ ຢູ່ບ້ານຜານົມເປັນຕາຫນ້າເບີ່ງ

ຫລວງພຣະບາງ​ນັ້ນຊ່າງງາມເຫລືອ​ ງາມບໍ່ມີເບື່ອເມືອມາທ່ຽວຊົມ
ມີວັດຖຸບູຮານສະຖານ ມີວັດວາອາລາມເຫັນແລ້ວຊື່ນໃຈ

ບ້ານອ້າຍບໍ່ໃກ້ບໍ່ໄກ ຖ້ານ້ອງສົນໃຈຂໍເຊີນມາແວ່
ໄປທາງບົກອ້າຍຈະພາຂີ່ຊ້າງ ຈະພານ້ອງຍ່າງລຽບແຄມນ້ໍາຂອງ

ສົມພໍ​ຄວນ​ ຊິໄດ້ລົງລາຍມ່ວນ

*********

ຂັບນາກສະດຸ້ງ
ຂັບໂດຍ: ກະຕ່າຍ ຕີ່ງນ່ອຍໆ
ຮຽບຮຽງເນື້ອຂັບ: ເນລະມິດ​ ບັນດາວົງ​-ລັດຕະນະ​ກອນ

Комментарии

Информация по комментариям в разработке