ZiXNA - ຄົນເກົ່າທີ່ເຈົ້າເຄີຍລົມ ft. RAN_DOM (prod. Chill Sebs) | Visualizer

Описание к видео ZiXNA - ຄົນເກົ່າທີ່ເຈົ້າເຄີຍລົມ ft. RAN_DOM (prod. Chill Sebs) | Visualizer

Song: ຄົນເກົ່າທີ່ເຈົ້າເຄີຍລົມ
Artist: ZiXNA , RAN_DOM
Lyrics: ZiXNA, RAN_DOM
Mix and Master: ZiXNA , RAN_DOM
Beat: prod. Chill Sebs
Edit: ZiXNA
Visualizer: DS Instrumental

Follow us
ZiXNA
YT:    / @zixna  
ig:   / zixna_xaysana  
tiktok:   / zixna_official  
fb:   / 61565652036541  


RAN_DOM
ig:   / m.moua_mouaaa  
tiktok:   / khy_kerm  

Lyrics

ZiXNA
ຄິດຮອດເຈົ້າ.. ຄົນທີ່ເຄີຍຢູ່ຂ້າງໆ
ຕອນນີ້ບໍ່ມີແລ້ວຄົນທີ່ເຄີຍຢູ່ຂ້າງໜ້າ
ຕອນທີ່ບໍ່ມີເຈົ້າແລ້ວຂ້ອຍຄິດຮອດຂະໜາດ
ຕອນນີ້ເຈົ້າຈາກໄປແລ້ວມີເຂົາຢູ່ຂ້າງໆ

ຄິດຮອດເຈົ້າ.. ແຕ່ບໍ່ມີສິດບອກ
ແຕ່ກ່ອນລົມກັນຕະຫຼອດ ຕອນນີ້ຄົງບໍ່ມີທາງສິຕອບແລ້ວ
ເຈົ້າ.. ເຮັດໃຫ້ໃຈຂ້ອຍບອບຊ້ຳ
ເຈົ້າເຂົ້າມາບອກຍ້ຳວ່າເຈົ້າໄປມີຄົນໃໝ່ແລ້ວ

ຄົນໃໝ່ທີ່ເຈົ້າໄດ້ບອກຄືຄົນເກົ່າທີ່ເຈົ້າເຄີຍລົມ
ເຈົ້າເຮັດຂ້ອຍບອບຊ້ຳປານເຫັນຂ້ອຍບໍ່ແມ່ນຄົນ
ຕອນນີ້ຂ້ອຍເປັນຈັ່ງໃດລະເຈົ້າຄົງຈະບໍ່ເຄີຍສົນ
ຕອນທີ່ເຮົາຍ່າງສວນກັນເຈົ້າເຮັດປານເຮົາບໍ່ເຄີຍລົມ

ເຄມີເຮົາຕົງກັນແຕ່ວ່າຖານະບໍ່ທັນມີ
ຮູບເຈົ້າໃນໂທລະສັບຂ້ອຍກະຍັງມີ
ຄິດຮອດຕອນເຈົ້າແຊັດມາແລ້ວຂ້ອຍກະຕອບໃນທັນທີ
ແລະຂ້ອຍກະຍັງຄົງຄິດຮອດຕອນທີ່ເຈົ້າບອກວ່າຝັນດີ

RAN_DOM

(ເອົ໊າ ກະດຽວເຈົ້າບອກຂ້ອຍວ່າເຈົ້າບໍ່ມັກຄົນເກົ່າ ມື້ນີ້ກັບໄປຫາມັນເສີຍເນາະ)

ຖ້າລືມຄົນເກົ່າບໍ່ໄດ້ຄວນໃຊ້ເວລາບໍ່ແມ່ນຂ້ອຍ
ແລະຕອນທີ່ເຮົາແຍກຍ້າຍກັນໄປເຮົາໃຊ້ເວລາບໍ່ແມ່ນໜ້ອຍເລີຍ
ເຂົາໃຫ້ເຈົ້າໄດ້ທຸກຢ່າງ ຈະແຫວນເພັດຫຼືວ່າສ້ອຍ
ແຕ່ຮັກທີ່ຂ້ອຍນັ້ນມອບໃຫ້ເຈົ້າມັນກະເຕັມທີ່ບໍ່ໄດ້ໜ້ອຍເລີຍ

ແຕ່ວ່າຄວາມຮັກຂອງເຈົ້າມັນເປັນຄວາມຮັກທີ່ໂຄດຈະປອມເລີຍ
ແຕ່ຂ້ອຍກະຖືກເຈົ້າຕົວະ ຫຼົງເຈົ້າປານຄົນບໍ່ມີສະໝອງເລີຍ
ຂ້ອຍຄິດວ່າມັນຈະດີແຕ່ວ່າຕ້ອງເຈັບຢູ່ຕາມເຄີຍ
ຄືກັບນັກເຕະທີ່ສາຫັດ ຕ້ອງໄດ້ນັ່ງພັກຢູ່ຂ້າງສະໜາມເລີຍ

ຕອນທີ່ເຈົ້າຢູ່ນຳຂ້ອຍ ເຈົ້າບອກບໍ່ຢາກຈະຮັກໃຜ
ເຈົ້າບໍ່ມັກຄົນທີ່ສູບແລະບໍ່ມັກຄົນທີ່ຈັບໃບ
ຄົນເກົ່າເຈົ້າເປັນຈັ່ງຊີ້ ເລີຍເຮັດໃຫ້ເຈົ້າຕ້ອງໜັກໃຈ
ເຈົ້າບອກວ່າເຈົ້າຈະຢູ່ນຳຂ້ອຍແຕ່ເປັນຫຍັງເຈົ້າຈຶ່ງກັບໄປ

ກະເໝາະສົມກັນລະເດະ influencer ກັບຊົງເອ
ຄົນໜຶ່ງກະ presenter ສ່ວນອີກຄົນໜຶ່ງກະຕິດເກມ
ກະຂໍໃຫ້ເຈົ້ານັ້ນໂຊກດີ ເຮົາຢູ່ນຳກັນບໍ່ຮອດປີ
ຄິດຮອດຄົນເກົ່າລະເຈົ້າກະໜີ ເຈົ້າບໍ່ຜິດດອກ ຂ້ອຍຜິດເອງ

ຝາກຕິດຕາມຜົນງາມຕໍ່ໆໄປແນ່ເດີ້🙌🏻💯🙇🏻

#lofi #hiphop #rap #vangvieng #laos

Комментарии

Информация по комментариям в разработке