ຮູບເງົາເລື່ອງ: ຢາກເປັນທະຫານ

Описание к видео ຮູບເງົາເລື່ອງ: ຢາກເປັນທະຫານ

ຮູບເງົາເລື່ອງນີ້ນຳສະເໜີກ່ຽວກັບຄວາມຮັກລະຫວ່າງຊາຍໜຸ່ມທີ່ມີນາມວ່າ ຊາຍ ແລະ ຍິງສາວທີ່ມີນາມວ່າ ຜົນ ເຊິ່ງທັງສອງໄດ້ດຳລົງຊີວິດຢູ່ບ້ານທີ່ສວຍງາມ ແຄມແມ່ນ້ຳ. ຊາຍໄດ້ຂໍແຕ່ງງານກັບຝົນ ແຕ່ກຳແພງຄວາມຮັກກໍ່ມາເຖິງເມື່ອພໍ່ແມ່ຂອງຝົນບໍ່ເຫັນດີ ໂດຍອ້າງວ່າຝົນຍັງນ້ອຍ ແລະ ຊາຍເອງກໍ່ບໍ່ທັນມີວຽກເຮັດງານທຳເທື່ອ ເມື່ອເປັນເຊັ່ນນີ້ ຊາຍຈິ່ງໄດ້ຕັດສິນໃຈໄປເປັນທະຫານເພຶ່ອໃຫ້ລືມຄວາມເສຍໃຈດັ່ງກ່າວ ໃນລະຫວ່າງການເປັນທະຫານພັນທະ ຊາຍກໍ່ໄດ້ຄ່ອຍໆ ມີຄວາມສົນໃຈ ແລະ ຮັກໃນຊີວິດທະຫານ ດັ່ງນັ້ນ ຈິ່ງໄດ້ສະໝັກເປັນທະຫານອາຊີບ ສ່ວນຊີວິດຮັກຂອງ ຊາຍ ຈະເປັນແນວໃດນັ້ນ ຄ່ອຍຕິດຕາມກັນໄດ້ແຕ່ຕົ້ນຈົນຈົບຮູບເງົາເລື່ອງນີ້

Комментарии

Информация по комментариям в разработке