Lao Traditional Dance 2013 (ຟ້ອນລາວແພນ)

Описание к видео Lao Traditional Dance 2013 (ຟ້ອນລາວແພນ)

ຟ້ອນລາວແພນແມ່ນບົດຟ້ອນທີ່ສະແດງເຖິງເອກະລັກ¬ຄວາມງາມຄວາມອ່ອນຊ້ອຍອ່ອນນ້ອມອ່ອນຫວານແລະຄຽ¬ມຄົມຂອງສາວລາວ ຖືວ່າເປັນບົດຟ້ອນໜຶ່ງທີ່ເປັນຕົວແທນໃຫ້ແກ່ແ¬ມ່ຍິງລາວ ເຊັ່ນດຽວ ກັບຟ້ອນດວງຈຳປາ ຟ້ອນສາວລາວລ້ານຊ້າງແລະ ຟ້ອນອື່ນໆ ຟ້ອນລາວແພນຈະມີຈັງຫວະນຸ້ມນວນຊ້າແລະອ່ອນຫວາ¬ນຕາມແບບສະບັບຂອງຟ້ອນພື້ນເມືອງລາວໃນສະໄໝອາດ¬ີດ
ເນື້ອຮ້ອງກ່າວເຖິງ ສາວລາວໄດ້ນຳດອກໄມ້ມາທັດຫູແຕ່ງຕົວສວຍງາມເພື¬່ອຟ້ອນລຳຮັບໃຊ້ຜູ້ຊົມ
ເປັນບົດຟ້ອນພື້ນເມືອງລາວເດີມທີ່ມີມາແຕ່ສະໄ¬ໝອາດີດແລະເປັນທີ່ນິຍົມຫຼາຍໃນສະໄໝກ່ອນ
ຟ້ອນລາວແພນໃນອາດີດແມ່ນເພິ່ນນິຍົມນຳເອົາມາສ¬ະແດງໃນງານສຳຄັນຕ່າງໆ ເປັນຕົ້ນແມ່ນ ຟ້ອນຕ້ອນຮັບແຂກບ້ານແຂກເມືອງ ການຟ້ອນຫຼື້ນຕາມງານບ້ານ ງານບຸນປະເພນີຕ່າງໆ ລວມທັງຟ້ອນຮັບໃຊ້ໃນລາດສະສຳນັກລ້ານຊ້າງໃນເມ¬ື່ອກ່ອນ

ຟ້ອນລາວແພນຈະມີທັງແບບທີ່ເອີ້ນວ່າ ຟ້ອນລາວແພນນ້ອຍ ແລະ ຟ້ອນລາວແພນໃຫຍ່ ກໍຄືຟ້ອນປະກອບທຳນອງເພງພື້ນເມືອງລາວເດີມ ເພງລາວແພນນ້ອຍ ແລະ ເພງລາວແພນໃຫຍ່

ຟ້ອນລາວແພນນ້ອຍ ສາມາດຟ້ອນໄດ້ທັງແບບຟ້ອນດ່ຽວແລະແບບຟ້ອນໝູ່ ເຊິ່ງໃຊ້ນັກຟ້ອນຍິງລ້ວນ
ສ່ວນຟ້ອນລາວແພນໃຫຍ່ແມ່ນຈະມີເນື້ອຮ້ອງແລະທຳ¬ນອງແຕກຕ່າງກັນເລັກນ້ອຍ
ຟ້ອນລາວແພນໃຫຍ່ສາມາດຟ້ອນໄດ້ທັງຍິງທັງຊາຍ

Lao Phaen dance: is an dance that indicates the beauty of how an lao female should present her self with an pretty flowers tucked in behind her ears... soft, gentle and lady like. Lao Phaen dance Noy (small) is to be performed by all female; Lao Phaen dance Yai (big) is to be performed by both male and female... the difference are in the Lyrics... This dance had been taught and used since
the kingdom Of Lanexang was still around. It was a dance that was to represent the beauty of Laos in all sorts of event and to greet guest from elders to VIP guest...This dance also has a mixture in the instrumental parts Lam Lanat ( Lanad solo) and Soum ( fast beat) meaning thats when the dancers show off their talents and flexibility.
ນຳສະແດງໂດຍ ລິລີ່ ສິນລະປະວັນນະຄະດີເຮືອນວັດທະນທຳພວງຈຳປາ ເນຶ່່່ອງໃນໂອກາດໄປສະແດງທີ່ປະເທດຝຮັ່ງ.

Комментарии

Информация по комментариям в разработке