ເພງ ເຊີນທ່ຽວແຂວງອຸດົມໄຊ ລອນນີ່ ນິລັນດອນ/ เพลง เชีนเที่ยวแขวงอุดมไช ลอนนี่ นิรันดร

Описание к видео ເພງ ເຊີນທ່ຽວແຂວງອຸດົມໄຊ ລອນນີ່ ນິລັນດອນ/ เพลง เชีนเที่ยวแขวงอุดมไช ลอนนี่ นิรันดร

ແຕ່ງໂດຍ : ອາຈານ ວັນນະສີ (ຈ່ອຍ)
ສິນລະປິນ : ລອນນີ່ ນິລັນດອນ
ດົນຕຣີ : ແສງໄຟ ສະຕູດີໂອ
ອັດແລະມິກສຽງ : ອາຈານ ວັນນະສີ (ຈ່ອຍ)
ຖ່າຍທຳຕັດຕໍ່ : ອາຈານຄຳໄຫລ ສະຕູດີໂອ
.............................///.................................

ເນື້ອເພງ: ເຊີນທ່ຽວແຂວງອຸດົມໄຊ

+ ຄວາມມີສະເໜ່ ບໍ່ໄດ້ອວດເອ້ຕໍ່ໃຜ
ແຂວງອຸດົມໄຊ ມີສິ່ງສົນໃຈຂາຍຢ່າງ
ຫາກໃຜໄດ້ມາ ນັບວ່າເປັນບຸນນ້ຳທາງ
ເມືອງໄຊດັ່ງແສງສະຫວ່າງ ໃຈກາງແຫ່ງທາງພາກເໜືອ

+ ວັດທະນະທຳ ຮີດຄອງປະເພນີ
ຊາວເມືອງທຸກຄົນໃຈດີ ມີມິດໄມຕຣີຕໍ່ກັນ
ແຂກໄປໄທມາ ເອີ່ຍວາຈາຜູກມິດສຳພັນ
ເມືອງໄຊເໝືອນແດນສະຫວັນ ດັ່ງວິມານຜູ້ຄົນໄຝ່ຫາ

* ນ້ຳກັດຢໍລາປາ ເຊີນທຸກຄົນມາຢ້ຽມ...ຍາມ
ທິວທັດສວຍງາມ ມີນ້ຳຕົກຕາດໂຕນຜາ
ເມືອງຫລາງາມລ້ຳ ພະເຈົ້າສິງຄຳສັດສິດແທ້ໜາ
ສຽງຂັບລື້ເມືອງແບງລືຊາ ໄປທ່ຽວເມືອງງາກິນໝາກພ້າວຫວານ

+ ຍັງມີເມືອງນາໝໍ້ ໄດ້ສ້າງກໍ່ເປັນເມືອງພັດທະນາ
ຕາດຕະແລເມືອງຮຸນນັ້ນໜາ ຊ່າງສວຍງາມຕາໜ້າອັດສະຈັນ
ນ້ຳຂອງຍາມແລງ ທີ່ເມືອງປາກແບງ ສົດສວຍລາວັນ
ທຳມະຊາດສ້າງມາແຕ່ງປັ້ນ ຂໍເຊີນທຸກທ່ານມາທ່ຽວ....ອຸດົມໄຊ
..........................//.........................

❌ຫ້າມບຸກຄົນໃດນຳວີດີໂອເພງນີ້ໄປລົງຊ່ອງອື່ນໂດຍບໍ່ໄດ້ຮັບອະນຸຍາດ
✅ທ່ານສາມາດຕິດຕໍ່ງານສະແດງໄດ້ທີ່ເບີໂທແລະແອັບ 02058055560 ; 02055647697

Комментарии

Информация по комментариям в разработке