ຄຳສຸພາສິດລາວ ອະທິບາຍຄຳສຸພາສິດ "ຫວານເປັນລົມ ຂົມເປັນຢາ"

Описание к видео ຄຳສຸພາສິດລາວ ອະທິບາຍຄຳສຸພາສິດ "ຫວານເປັນລົມ ຂົມເປັນຢາ"

"ຫວານເປັນລົມ ຂົມເປັນຢາ"
ເວົ້າເຖິງ : ຄວາມອົດທົນພາກພຽນພະຍາຍາມຂອງຄົນເຮົາເຊິ່ງຜ່ານຜ່າອຸປະສັກນາໆປະການເພື່ອໄປສູ່ເປົ້າໝາຍທີ່ຕັ້ງໄວ້.
ຄວາມໝາຍແປ:
ຫວານເປັນລົມ ໃນນີ້ ໃຫ້ເຂົ້າໃຈວ່າ : ການກິນຂອງຫວານ, ເຊິ່ງອາດຈະຫວານຫຼາຍນັ້ນ ທ້າຍທີ່ສຸດອາດຈະເປັນໂທດມັ້ແກ່ຕົວເຮົາ, ຕົວຢ່າງເຊັ່ນ: ເຈັບຄໍ
ຂົມເປັນຢາ : ແນ່ນອນວ່າຢານີ້ຕ້ອງຂົມຢູ່ແລ້ວ, ແຕ່ການກິນຢານັ້ນເຖິງຈະຂົມກໍ່ຕາມແຕ່ຜົນທີ່ໄດ້ຮັບມາຕາມຫຼັງກິນອາການເຈັບປ່ວຍຈະດີຂຶ້ນ.
ຄືກັບຄວາມສຳເລັດຂອງເຮົາ,ເຖິງວ່າ ມັນຈະຂົມໃນລະຫວ່າງທາງ,ແຕ່ພໍເຮົາໄປຮອດຈຸດໝາຍແລ້ວ, ມັນຈະບໍ່ຂົມອີກຕໍ່ໄປ.

Комментарии

Информация по комментариям в разработке