ພູຜາດ່າງ ເຂດປ່າສະຫງວນ ພູເຂົາຄວາຍ พูเขาควาย ลาว

Описание к видео ພູຜາດ່າງ ເຂດປ່າສະຫງວນ ພູເຂົາຄວາຍ พูเขาควาย ลาว

1ປີຜ່ານໄປ ກັບການທຳໃຈຂຶ້ນໄປອີກຄັ້ງ
ເມື່ອປີທີ່ແລ້ວຂ້ອຍຂຶ້ນມາແລ້ວ ແຕ່ບໍ່ຮອດຍອດ ດ້ວຍຊື່ສຽງຂອງຜາດ່າງ ທີ່ຫລາຍຄົນເອີ້ນວ່າ ເປັນຜາປາບຊຽນ ໃຜໄດ້ຂຶ້ນໄປແລ້ວຈະຮູກັນດີ ມັນໂຫດແຮງ ທັງຊັນ ທັງປ່າດິບ ຂາລ໊ອກໄດ້ທຸກເມື່ອທີ່ຍ່າງພາດ ທ້າທາຍຂາສຸດໆ
ເຮົາອອກເດີນທາງຈາກບ້ານຕອນ 5ໂມງເຊົ້າ ເພື່ອໄປພົບກັນທີ່ ແດນສະຫວັນ ຣີສອດ ເພື່ອລວມຕົວກັນ ກ່ອນຂັບເຂົ້າໄປບ້ານພູເກົ້ານາງ ເພື່ອໄປຫາໄກ້ນຳທາງ ເຮົາໄປກັນທັງຫມົດ 26ຊີວິດ ບວກໄກ້ໃສ່ອີກ 9ຄົນ ເພື່ອຊ່ວຍຫາບເຄື່ອງນຳ ເຮົາໄດ້ໄກ້ດີຫລາຍແຮງ ທັງເຮັດກິນ ຫຸງຫາອາຫານໃຫ້ ຕັກນ້ຳໃຫ້ ເບິ່ງຈົນສຸດ ບໍ່ວ່າໃຜຈະຍ່າງຊ້າງໄວ້ ໄກ້ນຳເກັບໃຫ້ທຸກຄົນ
ຜາດ່າງ ໄລຍະທາງມີ 8ກິໂລ ແຕ່ຕ້ອງໃຊ້ເວລາໃນການຂຶ້ນ 7ຊົ່ວໂມງ ດ້ວຍວ່າມັນຊັນແບບຕັ້ງສາກ ບໍ່ສາມາດຍ່າງໄວໄດ້ເລີຍ ເພາະຂາຈະປັ້ນກ່ອນ ແລະ ໄປເທື່ອນີ້ກະມີຫລາຍຊີວິດທີບໍ່ໄຫວ ແຕ່ກະໃຈສູ້ຈົນຂຶ້ນໄປໄດ້
ແຕ່ການມາຄັ້ງນີ້ ເສຍໃຈແຮງ ບໍ່ມີຮູບມູມສູງໃຫ້ເບິ່ງ (ໂດຣນຕົກຫາຍໄປກັບຜາດ່າງ🥹)
#ພູກັບຜາດ່າງ #ເຂດປ່າສະຫງວນພູເຂົາຄວາຍ #ໂອໄມ້ດີ #ສະບາຍດີມະນຸດ #ຊອບພາວເວີ້ເລເຢີ້ຄາດສຕ້ອມ

Комментарии

Информация по комментариям в разработке