L_X - ຂ້ອຍຜິດເອງ ft. Masterzz.!!

Описание к видео L_X - ຂ້ອຍຜິດເອງ ft. Masterzz.!!

Artist : L_X & Masterzz.!!
Mix & Master by Masterzz.!!
Lyrics by L_X & Masterzz.!!

L_X

ຈື່ທຸກຄໍາເວົ້າຈື່ທຸກຄໍາປອບ
ຈື່ຄວາມຮູ້ສືກຕອນທີ່ແຂນເຈົ້າມາສອດ
ຈື່ທຸກຮອຍຍີ້ມທີ່ຢູ່ໃບຫນ້າ
ຈື່ຕອນເຈົ້າບອກວ່າກັບເດິກກະຊິຖ້າ
ເຈົ້າບອກວ່າເຈົ້າມັກເພງຂີ້ອາຍ
ຈື່ຕອນເຈົ້າເວົ້າວ່າເຈົ້ານັ້ນຮັກຂ້ອຍຫຼາຍ
ໂອເຄຂ້ອຍຮູ້ຮູ້ດີແກໃຈ
ຮູ້ວ່າເຈົ້າຮັກແຕ່ກະຍັງຖີ້ມເຈົ້າໄປ
ຫົວໃຈທີ່ໃຫ້ຂ້ອຍເຈົ້າບອກຂໍຄືນ
ຂ້ອຍກະແປກດີທີ່ຍັງຈື່ເຈົ້າບໍ່ລືມ
ຫົວໃຈຂອງເຈົ້າແຫລກແຕກຄືເປັນແກ້ວ
ເປັນຫຍັງຕ້ອງຄິດຮອດໃນມື້ທີ່ເຈົ້າບໍ່ຢູ່ແລ້ວ
ແນ່ນອນວ່າຮັກແທ້ຂອງເຈົ້າມັນບໍ່ free
ເປັນຫຍັງຂ້ອຍບໍ່ເຫັນຄ່າໃນສິ່ງທີ່ໂຕຂ້ອຍນັ້ນມີ
ຄິດຮອດເຈົ້າແລະໂຕຂ້ອຍຢາກສໍາພັດ
ຂ້ອຍຍັງຈື່ສີປີໂປ້ທີ່ໂຕເຈົ້ານັ້ນບອກວ່າມັກ
ຈື່ຕອນເຮົາຍ່າງໄປເບິ່ງຄອນເສີດ
ຈື່ຕອນເອົາເຄັກໃຫ້ເຈົ້າເປົ່າວັນເກີດ
ແນ່ນອນວ່າເພງທີ່ເຮັດຂອງຂ້ອຍມັນຕົງໃຈ
ຂ້ອຍເປັນພຽງ rapper ມັນຄົງກະຈອກເກີນໄປ
ບາງເທຶ່ອໃຈກະບໍ່ຕົງຄືປາກບອກ
ຄວາມຮູ້ສືກຄືຂີ້ຢາສູບທີ່ດີດອອກຈາກກອກ
ເຮັດພຽງໄດ້ເບິ່ງຮູບແລ້ວບອກວ່າຢາກກອດ
ຂ້ອຍເວົ້າວ່າຈະລືມເຈົ້າແຕ່ເຮັດບໍ່ໄດ້ຄືປາກບອກ
ເຈົ້າບອກວ່າພໍແລ້ວແລະຂ້ອຍບໍ່ມີສິດຈະຢື້ໄວ້
ແນ່ນອນວ່າຄວາມຊື່ສັດມັນບໍ່ສາມາດທີ່ຈະຊື້ໄດ້
ຍັງຈື່ຕອນເຈົ້າເວົ້າວ່າຄໍາເພງຂ້ອຍແມ່ງໂຄດລໍ້າ
ຂອບໃຈທີ່ເຈົ້າຍັງຢູ່ເຖິງຂ້ອຍເຮັດເຈົ້າເຈັບຊໍ້າໆ
ຂ້ອຍຍັງຈື່ first date ຂອງເຮົາຢູ່ສີຫອມ
ຕອນນັ້ນເຈົ້າຫນ້າຮັກເກີນຈະຮັບໄຫວ
ແຕ່ຂ້ອຍຖີ້ມເຈົ້າເພື່ອໄປເອົາຮັກທີ່ປອມໆ
ປ່ອຍໃຫ້ເລື່ອງຂອງເຮົາເປັນຄືນິທານທີ່ຫລັບໄຫລ

Masterzz.!!

Ohh ຂ້ອຍນັ້ນຍັງຈື່ໄດ້ດີ
ທຸກຄວາມຊົງຈໍາທີ່ເຮົານັ້ນເຄີຍມີ ໃຫ້ກັນ
ບໍ່ອາດຈະລືມເລື່ອນ
ແມ້ເວລາຜ່ານມາດົນແລ້ວ
ແຕ່ພາບມັນຍັງຄົງຢູ່ ຍັງຊັດເຈນສະເຫມີ

Комментарии

Информация по комментариям в разработке