ເພງ “ວຽງໃນຝັນ” - Instrumental

Описание к видео ເພງ “ວຽງໃນຝັນ” - Instrumental

ດົນຕຣີບັນເລງເພງ “ວຽງໃນຝັນ”
ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1965)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌
Keyboard : PSR S950
Style : RumbaPercu
Key : Cm (Tempo : 71)

1) ຄອຍເຝົ້າຄອຍ ແຕ່ພຽງໃນຝັນ
ຢາກເຫັນວຽງຈັນ ນ້ອງຕ້ອງຝັນທຸກວັນເວລາ
ຊາດນີ້ຄົງສິ້ນບຸນວາສນາ ມີແຕ່ຄົນເຂົາກ່າວມາ
ງາມໜັກໜາ ໂອ້ເມືອງວຽງຈັນ...

2) ພໍໄດ້ຊົມ ດັ່ງໃຈໝັ້ນໝາຍ
ງາມແສນວິລັຍ ໂອ້ຫາດຊາຍສົມນາມດອນຈັນ
ປຽບເໝືອນເທວາບົນຟ້າສວັນ ປັ້ນແຕ່ງເປັນຂວັນວຽງຈັນ
ດັ່ງວິມານ ສຸດແສນງາມຕາ...

• ງາມທາດຫຼວງ ຍອດສູງທຽມເມກ
ສົມເປັນເມືອງເອກ ງາມທຸກຢ່າງສຸດພັລນາ
ງາມຫໍພຣະແກ້ວ ແສງວາວແວວສວຍເດັ່ນໃນຕາ
ສົມດັ່ງທີ່ລືກັນມາ ວ່າງາມເໜືອຟ້າແດນໄກ...

3) ພໍໄດ້ຊົມ ຈົນລືມຖິ່ນຖານ
ມາເຫັນວຽງຈັນ ສຸກສຳຣານເໜືອເມືອງໃດໆ
ໄດ້ເຫັນຣາຕຣີມີແສງສົດໃສ ເຮືອງຮຸ່ງດັ່ງຟ້າອຳໄພ
ຊວນຈິດໃຈ ໃຝ່ຝັນບໍ່ລືມ...

Комментарии

Информация по комментариям в разработке