Logo video2dn
  • Сохранить видео с ютуба
  • Категории
    • Музыка
    • Кино и Анимация
    • Автомобили
    • Животные
    • Спорт
    • Путешествия
    • Игры
    • Люди и Блоги
    • Юмор
    • Развлечения
    • Новости и Политика
    • Howto и Стиль
    • Diy своими руками
    • Образование
    • Наука и Технологии
    • Некоммерческие Организации
  • О сайте

Скачать или смотреть ພິທີເປີດໂຄງການສົ່ງເສີມການແລກປ່ຽນ ແລະ ສຳມະນາດ້ານຊັບສິນທາງປັນຍາຂອງວິສາຫະກິດລວ ຈີນ

  • AiAi @ACN
  • 2025-12-09
  • 4
ພິທີເປີດໂຄງການສົ່ງເສີມການແລກປ່ຽນ ແລະ ສຳມະນາດ້ານຊັບສິນທາງປັນຍາຂອງວິສາຫະກິດລວ ຈີນ
  • ok logo

Скачать ພິທີເປີດໂຄງການສົ່ງເສີມການແລກປ່ຽນ ແລະ ສຳມະນາດ້ານຊັບສິນທາງປັນຍາຂອງວິສາຫະກິດລວ ຈີນ бесплатно в качестве 4к (2к / 1080p)

У нас вы можете скачать бесплатно ພິທີເປີດໂຄງການສົ່ງເສີມການແລກປ່ຽນ ແລະ ສຳມະນາດ້ານຊັບສິນທາງປັນຍາຂອງວິສາຫະກິດລວ ຈີນ или посмотреть видео с ютуба в максимальном доступном качестве.

Для скачивания выберите вариант из формы ниже:

  • Информация по загрузке:

Cкачать музыку ພິທີເປີດໂຄງການສົ່ງເສີມການແລກປ່ຽນ ແລະ ສຳມະນາດ້ານຊັບສິນທາງປັນຍາຂອງວິສາຫະກິດລວ ຈີນ бесплатно в формате MP3:

Если иконки загрузки не отобразились, ПОЖАЛУЙСТА, НАЖМИТЕ ЗДЕСЬ или обновите страницу
Если у вас возникли трудности с загрузкой, пожалуйста, свяжитесь с нами по контактам, указанным в нижней части страницы.
Спасибо за использование сервиса video2dn.com

Описание к видео ພິທີເປີດໂຄງການສົ່ງເສີມການແລກປ່ຽນ ແລະ ສຳມະນາດ້ານຊັບສິນທາງປັນຍາຂອງວິສາຫະກິດລວ ຈີນ

ລາວ-ຈີນຮ່ວມກັນສົ່ງເສີມ ແລະ ແລກປ່ຽນບົດຮຽນວຽກງານຊັບສິນທາງປັນຍາ
ພິທີເປີດໂຄງການສົ່ງເສີມການແລກປ່ຽນ ແລະ ສຳມະນາດ້ານຊັບສິນທາງປັນຍາຂອງວິສາຫະກິດລວ-ຈີນ ຈັດຂຶ້ນວັນທີ 9 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ລູ່ຊ້າວເຜິງ ຫົວໜ້າເລຂາ ຄະນະບໍລິຫານສະມະຄົມສົ່ງເສີມການຮ່ວມມືການຈັດຕັ້ງເອກະຊົນລະຫວ່າງປະເທດແຂວງຢຸນນານ ສປ ຈີນ ທ່ານ ລາວເອີ ອິນສີຊຽງໃໝ່ ຜູ້ອຳນວຍການ ບໍລິສັດຈຳປາລາວກົດໝາຍ ຈຳກັດຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ກ່າວວ່າ ໃນໄລຍະຜ່ານມາກົມຊັບສິນທາງປັນຍາໄດ້ເອົາໃຈໃສ່ສືບຕໍ່ພັດທະນາຮອບດ້ານຕໍ່ວຽກງານຊັບສິນທາງປັນເປັນຕົ້ນ ດ້ານນິຕິກຳ ປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາປີ 2024 ການສ້າງ ແລະ ປັບປຸງຂໍ້ຕົກລົງຂອງລັດທະມົນຕີເພື່ອຈັດຕັ້ງປະຕິບັດກົດໝາຍໃຫ້ເປັນອັນລະອຽດໃນແຕ່ລະວຽກເຊັ່ນ ການລະເມີດຊັບສິນທາງປັນຍາ ການໄກ່ເກ່ຍທາງດ້ານບໍລິຫານ ການແກ້ໄຂການລະເມີນຊັບສິນທາງປັນຍາ ໃນລະບົບອອນລາຍ ແລະ ການກວດກາ ຈາກການຈັດຕັ້ງປະຕິບັດວຽກງານຕົວຈິງກົມໄດ້ມີການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານຊັບສິນທາງປັນຍາໄດ້ 271 ກໍລະນີ ການປົກປ້ອງທີ່ເຂັ້ມແຂງກໍເປັນການສ້າງຄວາມເຊື່ອໝັ້ນໃຫ້ກັບຜູ້ປະກອບການໃນການເຂົ້າມາລົງທຶນໃນ ສປປ ລາວ ແລະ ເປັນ ການສ້າງເສດຖະກິດຂອງປະເທດຊາດໃຫ້ເຂັ້ມແຂງຂຶ້ນຕື່ມ.
ວຽກງານບັງຄັບໃຊ້ສິດຊັບສິນທາງປັນຍາຍັງເປັນແຜນວຽກທໍາອິດໃນແຜນຍຸດທະສາດຂອງກົມໃນ 6 ແຜນວຽກຈຸດສຸມສະໜັບສະໜູນການນໍາໃຊ້ຊັບສິນທາງປັນຍາມໃຫ້ກາຍເປັນທ່າແຮງ ແລະ ສ້າງມູນຄ່າໃຫ້ສັງຄົມເຊັ່ນ ສ້າງຄວາມເຂັ້ມແຂງຂອງຂອບກົດໝາຍ ແລະ ສະຖາບັນຊັບສິນທາງປັນຍາແຫ່ງຊາດ ສົ່ງເສີມນະວັດຕະກຳ ແລະ ຄວາມສ້າງສັນຜ່ານ IP ສົ່ງເສີມການນໍາ IP ໄປໃຊ້ເພື່ອການກະຈາຍຕົວທາງເສດຖະກິດ ແລະ ການເຕີບໂຕສີຂຽວ ສ້າງຄວາມຮູ້ ການສຶກສາ ແລະ ພັດທະນາຂີດຄວາມສາມາດດ້ານ IP ສົ່ງເສີມການເຂົ້າເຖິງລະບົບ IP ແລະ ຕະຫຼາດສາກົນໃຊ້ IP ເປັນເຄື່ອງມືໃນການຍົກສະຖານະອອກຈາກ LDC ແລະ ບັນລຸເປົ້າໝາຍການ ພັດທະນາທີ່ຍືນຍົງ.
ໂອກາດດັງກ່າວ ທ່ານ ລູ່ຊ້າວເຜິງ ກໍໄດ້ກ່າວວ່າ ປັດຈຸບັນເສດຖະກິດໂລກຟື້ນຕົວຊ້າ ການປະດິດສ້າງໃໝ່ດ້ານວິທະຍາສາດ ແລະ ເຕັກໂນໂລຊີໄດ້ກາຍເປັນພະລັງຂັບເຄື່ອນຕົ້ນຕໍ່ໃນການນໍາພາທາງດ້ານການພັດທະນາເສດຖະກິດໂລກ ການປົກກ້ອງຊັບສິນທາງປັນຍາໃນຖານະທີ່ເປັນລະບົບຮັບປະກັນທາງດ້ານ ການກະຕຸ້ນນະວັດຕະກຳ ແລະ ປັບປຸງສະພາບແວດລ້ອມຂອງການດໍາເນີນທຸລະກິດໄດ້ສະແດງໃຫ້ເຫັນເຖິງບົດບາດທີ່ພົ້ນເດັ່ນ ສະມະຄົມສົ່ງເສີມການຮ່ວມມືອົງການຈັດຕັ້ງເອກະຊົນລະຫວ່າງປະເທດແຂວງຢຸນນານ ໂດຍອີງໃສ່ບົນພື້ນຖານການຮ່ວມມືຂອງສອງປະເທດທີ່ມີມາກ່ອນແລ້ວ ຈັດຕັ້ງປະຕິບັດການຮ່ວມມືຕົວຈິງ ແລະ ພ້ອມກັນລົງເລິກຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງໃນວຽກງານດ້ານຊັບສິນທາງປັນຍາຂອງສອງປະເທດຢ່າງຕໍ່ເນື່ອງ ພ້ອມທັງສະໜອງການສະໜັບສະໜູນແກ່ການແລກປ່ຽນດ້ານວິທະຍາສາດເຕັກໂນໂລຊີ ແລະ ການໄປມາຫາສູ່ກັນດ້ານການຄ້າຂອງສອງຝ່າຍ ການຮ່ວມມືດ້ານຊັບສິນທາງປັນຍາບໍ່ພຽງແຕ່ເປັນລະບົບການປະສານງານເທົ່ານັ້ນແຕ່ຍັງເປັນຂົວຕໍ່ທີ່ສໍາຄັນໃນການເຊື່ອມໂຍງຈິດໃຈກັບປະຊາຊົນ ສະນັ້ນ ການສຳມະນາຄັ້ງນີ້ໄດ້ແບ່ງປັນປະສົບການ ລວບຮ່ວມຄໍາເຫັນ ແລະ ຂະຫຍາຍການ ຮ່ວມມື ເພື່ອນໍາໃຊ້ຄວາມຮູ້ດ້ານຊັບສິນທາງປັນຍາພັດທະນາເສດຖະກິດຂອງສອງປະເທດໃຫ້ດີກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ລາວ-ຈີນ.
ນອກຈາກນີ້ກອງປະຊຸມກໍໄດ້ແລກປ່ຽນກ່ຽວກັບລະບຽບການ ແລະ ການຮ່ວມມືດ້ານການປົກປ້ອງຊັບສິນທາງປັນຍາຂ້າມຊາດລາວ-ຈີນ ສະພາບການພັດທະນາ ສິ່ງທ້ທາຍ ຄວາມຕ້ອງການ ລະບຽບ ແລະ ການຮ່ວມມືດ້ານວຽກງານຊັບສິນທາງປັນຍາ.

Комментарии

Информация по комментариям в разработке

Похожие видео

  • О нас
  • Контакты
  • Отказ от ответственности - Disclaimer
  • Условия использования сайта - TOS
  • Политика конфиденциальности

video2dn Copyright © 2023 - 2025

Контакты для правообладателей [email protected]