ຕົ້ນ ອານິລຸດ - ເພາະສັກສີ (ເນື້ອເພງ)

Описание к видео ຕົ້ນ ອານິລຸດ - ເພາະສັກສີ (ເນື້ອເພງ)

ເພາະສັກສີ
ຕົ້ນ ອານິລຸດ
-----------------------
ເພື່ອຄວາມມ່ວນຊື່ນເທົ່ານັ້ນເນີ...
#ຮັກເພງລາວ
ຂຽນຕາມໂດຍ: ຮູ້ສຶກດີ
---------------------
ຢາກຈະຫວນເວລາ ເພື່ອແກ້ໄຂເລື່ອງລາວທີ່ຜ່ານມາ
ເລື່ອງລາວທີ່ມັນຄ້າງຄາ ຈະໄດ້ທຳ
ເພື່ອວັນນີ້ບໍ່ເສຍໃຈ ຫາກໄດ້ແກ້ໄຂມັນ
ວັນນັ້ນ ເຈົ້າຄົງບໍ່ຈາກໄປ

ຍິ່ງຄິດກໍ່ຍິ່ງເສຍດາຍ ກວ່າຈະມາຜູກພັນທັງໃຈກາຍ
ຕ້ອງໃຊ້ເວລາເທົ່າໃດ ທຸ່ມໄປກັບມັນ
ແຕ່ເພາະຄວາມບໍ່ເຂົ້າໃຈ ພຽງເລັກນ້ອຍເທົ່ານັ້ນ
ທີ່ແຍກເຮົາຈາກກັນ ຈົນມັນຕ້ອງປວດໃຈ

###
ຕົ້ນເຫດເປັນເພາະສອງເຮົາ ນັ້ນບໍ່ຍອມໃຈອ່ອນ
ບໍ່ຍອມງໍ້ງອນ ກໍ່ເພາະຍິ່ງໃນສັກສີ
ຕ່າງຄົນຕ່າງເອົາແຕ່ໃຈ ຕ່າງຄິດວ່າຕົວເອງຖືກ ແລະດີ
ຄຳວ່າສັກສີ ຄຳນີ້ທີ່ແຍກເຮົາຈາກກັນ

ຈຶ່ງຢາກຈະຫວນເວລາ ເພື່ອແກ້ໄຂເລື່ອງລາວທີ່ເປັນໄປ
ຈະຍອມເສຍສັກສີ ບໍ່ຍອມເສຍໃຈ
ຈະຖີ້ມຄວາມຫຼັງຝັງດິນໄປ ໃຫ້ຮັກຢູ່ເໜືອກວ່າສິ່ງໃດ
ແຕ່ຕອນນີ້ເຈົ້າຢູ່ໃສ ຈາກໄປບໍ່ເຫັນເງົາ

###
ຕົ້ນເຫດເປັນເພາະສອງເຮົາ ນັ້ນບໍ່ຍອມໃຈອ່ອນ
ບໍ່ຍອມງໍ້ງອນ ກໍ່ເພາະຍິ່ງໃນສັກສີ
ຕ່າງຄົນຕ່າງເອົາແຕ່ໃຈ ຕ່າງຄິດວ່າຕົວເອງຖືກ ແລະດີ
ຄຳວ່າສັກສີ ຄຳນີ້ທີ່ແຍກເຮົາຈາກກັນ...

ຄຳວ່າສັກສີ ຄຳນີ້ທີ່ທຳໃຫ້ເລີກກັນ...
---------------------

Комментарии

Информация по комментариям в разработке