#ອັດສະຈັນວັດຊຽງຄວນ

Описание к видео #ອັດສະຈັນວັດຊຽງຄວນ

ວັດຊຽງຄວນເປັນອຸທະຍານຮູບປັ້ນທີ່ເກົ່າແກ່ ທີ່ຊວນໃຫ້ນັກທ່ອງທ່ຽວຂົນຫົວຟອງສະຢອງເກົ້າ ແລະມີມົນຂັງ ຄວາມສວຍງາມທີ່ຫຼາຍໆຄົນສົງໄສແລະຢາກໄປສຳຜັດ ວັດຊຽງຄວນ ຖືກສ້າງຂຶ້ນມາດົນແລ້ວ ປູ່ບຸນເຫຼືອ ເປັນຜູ້ນຳພາສ້າງອຸທະຍານແຫ່ງນີ້ ເມືອ່ກ່ອນເພິ່ນອາໄສຢູ່ໃນສປປລາວ ວັດຊຽງຄວນສ້າງຂຶ້ນໃນປີ 1958 ແລະມີຮູບປັ້ນຫຼາຍແບບໃນຕາມທາງສາສະໜາພຸດ ແລະ ສາສະໜາຮິນດູ ປະດັບປະດາຢ່າງເປັນລະບຽບ ສວນວັດທະນະທໍາຊຽງຄວນເປັນສະຖານທີ່ທ່ອງທ່ຽວທາງວັດທະນະທໍາ ທີ່ປະກອບໄປດ້ວຍຮູບປັ້ນຕ່າງໆ ສວນວັດທະນະທໍາຊຽງຄວນແຫ່ງນີ້ຕັ້ງຢູ່ບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຫ່າງຈາກຕົວເມືອງ 25 ກິໂລແມັດ.

Комментарии

Информация по комментариям в разработке