Laos : ມາອີກແລ້ວ ອັບເດດທຸກເດືອນ | มาอีกแล้วอัพเดททุกเดือน .

Описание к видео Laos : ມາອີກແລ້ວ ອັບເດດທຸກເດືອນ | มาอีกแล้วอัพเดททุกเดือน .

#laos #lao #vientiane

ທ່ານ ລັດສະໝີ ອະລິຍະວົງສິງ, ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ຊ່ວງນະຄອນຫຼວງວຽງຈັນ ຫາ ໂພນໂຮງ, ແຂວງວຽງຈັນ ໃຫ້ຮູ້ວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອຊ່ວງແຕ່ ສີໄຄ ຫາ ສີເກີດ ມີຄວາມລວງຍາວ 6 ກິໂລແມັດ, ເປັນໂຄງການສືບຕໍ່ຈາກຊ່ວງສີເກີດ ຫາ ໂພນໂຮງ (ລວງຍາວ 58 ກິໂລແມັດ) ທີ່ໄດ້ສຳເລັດການກໍ່ສ້າງຜ່ານມາໃນກາງປີ 2023 ນີ້, ໂດຍໄດ້ຮັບທຶນເງິນກູ້ດອກເບ້ຍຕ່ຳຈາກ 3 ສະຖາບັນການເງິນ ຄື: ທະນາຄານໂລກ (World Bank), ທະນາຄານ ການລົງທຶນ ໂຄງລ່າງພື້ນຖານອາຊີ (Asian Infrastructure Investment Bank AIB) ແລະ ກອງທຶນຂອງກຸ່ມປະເທດນໍດິກ ເພື່ອການພັດທະນາ (Nordic Development Fund - NDF), ລວມທັງທຶນສົມທົບຂອງລັດຖະບານລາວ. ຜູ້ໃຫ້ທຶນໄດ້ອະນຸມັດສືບຕໍ່ສັນຍາກູ້ຢືມອອກໄປອີກໄລຍະເວລາ 22 ເດືອນ ຈາກວັນທີ 31 ພຶດສະພາ 2023 ທີ່ເປັນມື້ໝົດອາຍຸເບື້ອງຕົ້ນຈົນຮອດວັນທີ 31 ເດືອນມີນາ ປີ 2025 ເພື່ອກວມເອົາວຽກປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ຊ່ວງແຕ່ສີໄຄ ຫາ ສີເກີດ ຊຶ່ງເປັນຊ່ວງທາງທີ່ເຊື່ອມຕໍ່ເຂົ້າມາໃນຕົວເມືອງຂອງນະຄອນຫຼວງວຽງຈັນໃຫ້ໄດ້ຮັບການກໍ່ສ້າງສໍາເລັດທັງໝົດໃນຕົ້ນປີ 2025.

ການປັບປຸງຊ່ວງທາງ 6 ກິໂລແມັດດັ່ງກ່າວ ຈະໃຊ້ເວລາທັງໝົດ 18 ເດືອນ. ຈາກນັ້ນ ຈະສືບຕໍ່ເປັນໄລຍະສ້ອມແປງບຳລຸງຮັກສາໄປອີກ 36 ເດືອນ, ລວມໄລຍະເວລາຂອງສັນຍາເປັນທັງໝົດ 54 ເດືອນ

ທ່ານໃຫ້ຮູ້ຕື່ມວ່າ: ການປັບປຸງເສັ້ນທາງ 6 ກິໂລແມັດນີ້ ແມ່ນເປັນການຂະຫຍາຍໜ້າທາງຕາມແລວທາງເກົ່າໃຫ້ກວ້າງອອກຕື່ມຈາກໜ້າທາງເກົ່າກວ້າງ 7-8 ແມັດ, ປູຢາງສອງຊັ້ນແຕ່ເກົ່າ, ມີ 2 ຊ່ອງຈະລາຈອນໄປ-ກັບ, ໃຫ້ມາເປັນ ໜ້າທາງກວ້າງລວມ 20-23 ແມັດ, ໜ້າທາງປູດ້ວຍເບຕົງຊີມັງເສີມເຫຼັກ, ມີ 4 ຊ່ອງຈະລາຈອນໄປ-ກັບ, ລວມທັງດອນກາງທາງ, ໄຟເຍືອງທາງ, ປ້າຍຈະລາຈອນ, ຂີດເສັ້ນໜ້າທາງ, ລະບົບໄຟອຳນາດຂອງທາງແຍກ, ລະບົບໄຟທາງຄົນຍ່າງຂ້າມທາງ, ທາງມ້າລາຍ, ລະບົບການລະບາຍນໍ້າອອກຈາກແລວທາງ ແລະ ທາງຍ່າງທັງສອງເບື້ອງ

​ຜົນການຕີລາຄາຄັດເລືອກເອົາຜູ້ຮັບເໝົາ ໄດ້ສຳເລັດ ແລະ ໄດ້ຮັບອະນຸມັດຈາກຜູ້ໃຫ້ທຶນໃນວັນທີ 21 ກໍລະກົດ 2023 ແລະ ຈາກກະຊວງໂຍທາທິການ ແລະ ຂົນສົ່ງໃນວັນທີ 8 ສິງຫາ 2023 ຄື ຮັບຮອງເອົາກຸ່ມບໍລິສັດ ຕັງຈະເລີນ ຈຳກັດ ເປັນຜູ້ທີ່ມີເງື່ອນໄຂຄົບຖ້ວນ ແລະ ຊະນະການປະມູນເປັນຜູ້ຮັບເໝົາກໍ່ສ້າງ ແລະ ສ້ອມແປງໂຄງການ, ໃນມູນຄ່າສັນຍາລວມທັງໝົດ ເປັນເງິນ 10.294.408,44 ໂດລາສະຫະລັດ.

Комментарии

Информация по комментариям в разработке