ສາວນາສັ່ງແຟນ ລອນນີ່ ນິລັນດອນ สาวนาสั่งแฟน รอนนี่ นิรันดร

Описание к видео ສາວນາສັ່ງແຟນ ລອນນີ່ ນິລັນດອນ สาวนาสั่งแฟน รอนนี่ นิรันดร

ເນື້ອເພງ : ”ສາວນາສັ່ງແຟນ ”

+ ນ້ອງສາວບ້ານນາ ເຂົ້າສູ່ເມືອງຟ້າໃນວຽງວັງ
ຍັງບໍ່ລືມບ້ານນາເກົ່າຫຼັງ ຢູ່ວຽງວັງຂ້າຍັງອາໄລ
ອ້າຍຢ້ານນ້ອງລົງ ກະໂປງລືມສິ້ນແພໄໝ
ທັງກຸ້ງຊິວທັງແກງໜໍ່ໄຫຼ່ ທົ່ງນາທົ່ງໄຮ່ບໍ່ລືມໄດ້ລົງ
+ ນ້ອງສາວບ້ານນາ ເຂົ້າສູ່ເມືອງຟ້າໃນວຽງທອງ
ແມ່ນໄດ້ດີ ມີສຸກສົມປອງ ບໍ່ລືມພ້ອງພໍ່ແມ່ອາວ
ຄິດເຖິງຮັກເກົ່າ ສອງເຮົາເຄີຍໄດ້ສັນຍາ
ເຄີຍຢອກເຢົ້າຢູ່ໃຕ້ຮົ່ມຫວ້າ ບໍ່ລືມສັນຍາໄປໄດ້ລົງຄໍ
* ໜ້າຝົນປີກາຍ ວອດວາຍນ້ຳຖ້ວມທົ່ງນາ
ຈຶ່ງມາຮ່ຳຮຽນຫຍິບຜ້າ ເພື່ອໄດ້ເງິນຕາມາຊື້ເຂົ້າກິນ
ສູ້ທົນຜ່ານຜ່າ ຕາມພາສາຂອງລູກຊາວດິນ
ຢົດເຫື່ອແຮງເຮົາຍັງບໍ່ສິ້ນ ຢ້ານເຂົາດູມິ່ນ ນັ່ງກິນນ້ຳຕາ
+ ສຽງສາວບ້ານນາ ສົ່ງຕາມລົມຟ້າໃຫ້ເຖິງແຟນ
ຈົ່ງສຸກຂີເດີ້ພໍ່ເນື້ອແໜ້ນ ຢ່າມີແຟນຍາມນ້ອງເຫີນຫ່າງ
ໃຫ້ຕັ້ງໃຈລໍ ຄອຍລໍຢ່າສິ້ນຄວາມຫວັງ
ໄດ້ເງິນພໍຈະກັບຄືນບ້ານ ມອບຮັກໃຫ້ກັນ ຊົ່ວຟ້າມະລາຍ....

ແຕ່ງໂດຍ : ອາຈານ ບົວທອງ
ສິນລະປິນ : ລອນນີ່ ນິລັນດອນ
ດົນຕີ-ຫ້ອງອັດ : ທີມງານ ສປປລາວ

ติดต่อสอบถามงานแสดงได้ที่เบอร์โทรศัพท์🫰
02099793913 ; 6815775193

ขอบขอบคุญ😊🙏แฟนเพลงที่น่ารักทุกท่านที่กดติดตามและส่งกำลังใจให้ ศิลปินลาวคนนี้ได้มีความหวังในกานทำเพลงต่อไปเลื่อยๆให้ทุกท่านได้ดูได้ชมกัน❤️
🫰อย่าลืมกดไร้กดแชให้ด้วยนะค๊า😊🙏💖

#หมายเหตุ# ห้ามกอ๊บปี่ หรือ นำเพลงนี้ไปลงช่องอื่นโดยที่ไม่ได้รับอนุญาต

Комментарии

Информация по комментариям в разработке