ມື້ລະເມນູep3: ອາຫານພື້ນບ້ານ "ໜໍ່ອົ່ວ (ອົ່ວໜໍ່ໄມ້) " อาหาร พึ้นบ้าน "หน่ออั่ว (อั่วหน่อไม้) Laofood🇱🇦

Описание к видео ມື້ລະເມນູep3: ອາຫານພື້ນບ້ານ "ໜໍ່ອົ່ວ (ອົ່ວໜໍ່ໄມ້) " อาหาร พึ้นบ้าน "หน่ออั่ว (อั่วหน่อไม้) Laofood🇱🇦

"ອົ່ວໜໍ່ໄມ້" ເປັນອາຫານພື້ນບ້ານຂອງເຮົາ
ເຊິ່ງ ແມ່ພາເຮັດມາຕັ້ງແດ່ດົນນານແລ້ວ
📍ບ້ານນາພຶງ ເມືອງເຟືອງ ແຂວງວຽງຈັນ

ວິທີເຮັດ:
1. ເອົາຫນໍ່ມາປອກແລ້ວຄວັດໃນມັນ ຫລັງຈາກນັ້ນຕົ້ມຈົນຫນໍ່ຈືດ (ເວລາຕົ້ມໃສ່ເກືອ, ແປ້ງນົວ, ນ້ຳຕານ ຕາມໃຈຜູ້ມັກ)
2. ຟັກປາແດກ+ຊີ້ນຫມູ (ໃສ່ປາ,ຊີ້ນງົວ,ຄວາຍໄດ້)
3.ຕຳເຂົ້າເບືອ,ຫມາກເຜັດ,ຫົວຫອມ,ກະທຽມ,ຫນໍ່ໃຫ້ມັນແຫລກ
4. ເອົາປາແດກ+ຊີ້ນທີ່ຟັກໄວ້ໃສ່, ພ້ອມດ້ວຍເກືອ,ແປ້ງນົວ, ນ້ຳມັນ,ນ້ຳໃບຫມາກຖົ່ວພູ(ສາມາດເອົາໃບຢານາງ,ໃບຫມາກບວບຄັ້ນນຳໃສ່ໄດ້) ແລ້ວຕຳໃຫ້ເຂົ້າກັນ ແລ້ວເອົາຫອມໃບໃສ່ຄົນໃຫ້ເຂົ້າກັນ.
5. ເອົາຫນໍ່ທີ່ກຽມໄວ້ມາ ຕັກໄສ້ມັນຢັດໃສ່
6. ເອົາໄປຫນຶ້ງ (ໃຊ້ເວລາປະມານ30-40ນາທີ)
ແລ້ວກໍເອົາມາບ່າຍເຂົ້າກິນແຊບໆ

#ອາຫານລາວ #อาหาร #foodie

Комментарии

Информация по комментариям в разработке